ສປປເກົາຫລີແລະສເກົາຫລີເຫັນດີປຶກສາຫາລືກ່ຽວກັບລາຍການເຕົ້າໂຮມກັນຂອງບັນດາຄອບຄົວທີ່ພັດພາກຈາກກັນ

ສປປເກົາຫລີແລະສເກົາຫລີເຫັນດີປຶກສາຫາລືກ່ຽວກັບລາຍການເຕົ້າໂຮມກັນຂອງບັນດາຄອບຄົວທີ່ພັດພາກຈາກກັນ - ảnh 1
ພາບປະກອບ:internet


(vovworld)-ວັນ​ທີ 10/7, ສປປ ​ເກົາຫລີ ​ແລະ ສ​ເກົາຫລີ ​ໄດ້​ເຫັນ​ດີ​ບົນ​ຫລັກການ​ຈະ​ຈັດ​ຕັ້ງ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ລາຍການ​​ເຕົ້າ​ໂຮມ​ກັນ​ຂອງ​ບັນດາ​ຄອບຄົວ​ທີ່​ພັດ​ພາກ​ຈາກ​ກັນ​ໃນ​ສະພາບ​ການ​ພົບ​ປະລະ​ຫວ່າງ​ບັນດາ​ເຈົ້າ​ຫນ້າ​ທີ່​ສອງ​ພາກ​ເກົາຫລີ​ເພື່ອ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ອຸດສາຫະກຳ​ຮ່ວມ Kaesong ບໍ່​ບັນລຸ​ຄວາມ​ຄືບ​ຫນ້າ​. ຕາມ​ກະຊວງ​ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບຂອງ ສ​ເກົາຫລີ ແລ້ວ, ສປປ ​ເກົາຫລີ ກໍ​ສະ​ເຫ​ນີຈັດ​ຕັ້ງ​ບັນດາ​ການ​ເຈລະຈາ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ເຊ່ື​ອມຕໍ່​ບັນດາ​ລາຍການ​ທ່ອງ​ທ່ຽວ​ເຖິງ​ພູ Kumgang ຄືນ​​ໃຫມ່. ກະຊວງ​ດັ່ງກ່າວ​ໃຫ້​ຮູ້​ວ່າ: ພຽງ​ຢາງ ຢາກ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ບັນດາ​ລາຍການ​ທ່ອງ​ທ່ຽວ​ດັ່ງກ່າວ​ໃນ​ວັນ​ທີ 17/7 ​ແລະ ຈັດ​ຕັ້ງ​ການ​ພົບ​ປະ​ສົນທະນາ​ຕ່າງຫາກ​ກ່ຽວ​ກັບ​ບັນຫາ​ເຕົ້າ​ໂຮມ​ຂອງ​ບັນດາ​ຄອບຄົວ​ທີ່​ພັດ​ພາກ​ຈາ​ກກັນ​ໃນ​ວັນ​ທີ​ 19/7 ຈະ​ມາ​ເຖິງ. ສະຖານ​ທີ່​ຂອງ​ການ​ພົບ​ປະ​ດັ່ງກ່າວ​ອາດ​ຈະ​ດຳ​ເນີນ​ໄປ​ຢູ່​ເຂດ​ພັກຜ່ອນ​ບຳລຸງ​ສຸຂະພາບ​ຢູ່​ ພູ Kumgang ຫລື​ເຂດ​ອຸດສາຫະກຳ​ຮ່ວມ Kaesong.

ຂ່າວ/ບົດ​ອື່ນ