ສື່ມວນ​ຊົນ​ ອີ​ຕາ​ລີ ​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ ຫວຽດ​ນາມ​ ໃນ ​ອາ​ຊຽນ

(VOVWORLD) - ວັນທີ 2 ພະຈິກ, Marx21-ສື່ເອເລກໂຕນິກຂອງ ອີຕາລີ ໄດ້ລົງບົດຂຽນຂອງທ່ານ Giulio Chinappi ດ້ວຍຫົວຂໍ້ “ຫວຽດນາມ ສວນບົດບາດໃຈກາງໃນກອງປະຊຸມຂັ້ນສູງຄັ້ງທີ 38 ແລະ 39 ຂອງ ສະມາຄົມ ປະຊາຊາດ ອາຊີຕາເວັນອອກສຽງໃຕ້ (ASEAN)”.
ສື່ມວນ​ຊົນ​ ອີ​ຕາ​ລີ ​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ ຫວຽດ​ນາມ​ ໃນ ​ອາ​ຊຽນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 39 ແບບທາງໄກ

ເລີ່ມຕົ້ນບົດຂຽນ, ທ່ານ Chinappi ໄດ້ຍົກໃຫ້ເຫັນໂດຍສັງເຂບສະພາບການດຳເນີນ ບັນດາກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 38 ແລະ 39, ກອງປະຊຸມຂັ້ນສູງ ອາຊຽນ+3 ຄັ້ງທີ 24, ກອງປະຊຸມຂັ້ນສູງ ອາຊຽນ - ອາເມລີກາ ຄັ້ງທີ 9. ຈາກນັ້ນ, ບົດຂຽນໄດ້ໃຫ້ຂໍ້ສັງເກດ ບັນດາກອງປະຊຸມດັ່ງກ່າວໄດ້ສຸມໃສ່ແກ້ໄຂບັນຫາຕ່າງໆ ທີ່ມີຄວາມສຳຄັນຕໍ່ສາກົນຄືທິດທາງຊຸກຍູ້ການພົວພັນຮ່ວມມືລະຫວ່າງ ອາຊຽນ ແລະ 4 ປະເທດຄູ່ຮ່ວມມືແຖວໜ້າ ນອກພາກພື້ນ ແລະ ສະພາບການຢູ່ມຽນມາ.

ບົດຂຽນໄດ້ຄັດສະເໜີຄຳກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ກອງປະຊຸມ, ໃນນັ້ນໄດ້ເນັ້ນໜັກ 2 ຂໍ້ສະເໜີທີ່ສຳຄັນຂອງ ຫວຽດນາມ ກ່ຽວກັບບັນດາໜ້າທີ່ໃຈກາງທີ່ ອາຊຽນ ຕ້ອງປະຕິບັດໃນໄລຍະທີ່ຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງຢັ້ງຢືນວ່າ ບັນດາປະເທດ ອາຊຽນ ມີຄວາມປາດຖະໜາຢາກກໍ່ສ້າງສະພາບແວດລ້ອມໃນພາກພື້ນໃຫ້ມີຄວາມສັນຕິພາບ, ໝັ້ນຄົງ, ມີສະຖຽນລະພາບ ແລະ ຮ່ວມມື ເພື່ອສຸມໃສ່ຕ້ານໂລກລະບາດ, ຟື້ນຟູ ແລະ ພັດທະນາເສດຖະກິດ; ພ້ອມກັນນັ້ນກໍ່ໄດ້ເນັ້ນໜັກເຖິງຄວາມຈຳເປັນສະໜັບສະໜູນຄວາມສາມັກຄີ ແລະ ບັນດາຄຸນຄ່າຫຼັກແຫຼ່ງຂອງອາຊຽນໃນ 54 ປີທີ່ຜ່ານມາ, ດ້ວຍຄວາມຮັບຜິດຊອບ ແລະ ເນື້ອໃນຈິດໃຈສ້າງສັນຂອງບັນດາປະເທດສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ