ສື່ມວນຊົນສາກົນຕີລາຄາສູງຜົນງານເສດຖະກິດ ຫວຽດນາມ ປີ 2017

(VOVWORLD) - ບັນດາພາຫະນະສື່ມວນຊົນສາກົນ ໄດ້ລົງບົດຂຽນກ່ຽວກັບຂໍ້ສັງເກດປີ 2017 ແມ່ນປີສ້າງຂີດໝາຍການເຕີບໂຕເສດຖະກິດຢ່າງວ່ອງໄວຂອງ ຫວຽດນາມ.
ສື່ມວນຊົນສາກົນຕີລາຄາສູງຜົນງານເສດຖະກິດ ຫວຽດນາມ ປີ 2017 - ảnh 1 (ພາບປະກອບ / TTXVN)

ໄຈ້ແຍກບັນດາຜົນງານເສດຖະກິດຢູ່ ຫວຽດນາມ, ໜັງສືພິມ Asian Correspondent ຖືວ່າ: ຫວຽດນາມ ບໍ່ພຽງແຕ່ກາຍເປັນປະເທດຜະລິດແຖວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ ຫາກຍັງຖືກຈັດອັນດັບທີ 2 ຖັດຈາກ ອິນເດຍ ໃນບັນຊີລາຍຊື່ບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດໃນໂລກອີກດ້ວຍ. ຕາມໜັງສືພິມດັ່ງກ່າວ, ມີຫລາຍປັດໄຈຕັດສິນການເຕີບໂຕຂອງພື້ນຖານເສດຖະກິດ ຫວຽດນາມ ໃນຊຸມປີມໍ່ໆມານີ້ ພິເສດ ເມື່ອທຽບໃສ່ກັບບັນດາປະເທດໃນສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). ເພາະສະນັ້ນ ຫວຽດນາມ ເປັນປະເທດທີ່ມີຄວາມດູດດື່ມທີ່ສຸດສຳລັບບັນດາບໍລິສັດນາໆຊາດ ແລະ ບັນດານັກລົງທຶນຕ່າງປະເທດ.

ສື່ມວນຊົນສາກົນຕີລາຄາສູງຜົນງານເສດຖະກິດ ຫວຽດນາມ ປີ 2017 - ảnh 2 (ພາບປະກອບ / TTXVN)

        ໃນຂະນະນັ້ນ, ເວັບໄຊທ່ອງທ່ຽວ Mayo Advertiser ຖືວ່າ: ຂະແໜງທ່ອງທ່ຽວແມ່ນໜຶ່ງໃນບັນດາກຳລັງໜູນຕົ້ນຕໍ ຊຸກຍູ້ພື້ນຖານເສດຖະກິດ ຫວຽດນາມ . ຕາມເວັນໄຊ Mayo Advertiser ແລ້ວ, ດ້ວຍບັນດາສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກສະເພາະຄື: ອ່າວຫ້າລອງ, ໂຫ້ຍອານ, ດ່າໜັງ, ຫວຽດນາມ ແມ່ນສະຖານທີ່ຍອດຢ້ຽມເພື່ອໄປພັກຜ່ອນໃນອາທິດຮານີມູນ.

ຕອບກັບ

ຂ່າວ/ບົດ​ອື່ນ