ສື່ມວນຊົນອັກຊັງຕິນຍ້ອງຍໍການດຶງດູດການທ່ອງທ່ຽວຂອງຫວຽດນາມ

ສື່ມວນຊົນອັກຊັງຕິນຍ້ອງຍໍການດຶງດູດການທ່ອງທ່ຽວຂອງຫວຽດນາມ - ảnh 1
(ພາບ​ປະ​ກອບ: dulich)

(vovworld) - ວັນ​ທີ 02/04, ໜັງ​ສື​ພິມ​ລາຍ​ວັນ Clarin, ເຊິ່ງ​ແມ່ນ​ໜັງ​ສືພິມ​ໄດ້​ພິມ​ຈຳ​ໜ່າຍ​ຫຼາຍກວ່າ​ໝູ່​ຢູ່​ອັກ​ຊັງ​ຕິນ ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ​ຂອງ​ຂະ​ແໜງ​ທ່ອ​ງ​ທ່ຽວ​ຫວຽດ​ນາມ ໃນ​ຊຸມ​ປີມໍ່ໆ​ມານີ້, ກໍ​ຄື​ການ​ດຶງ​ດູດ​ຂອງ​ພື້ນ​ຖານ​ວັດ​ທະ​ນະ​ທຳ ແລະ ເຂດທັດ​ສະ​ນີ​ຍະ​ພາບຂອງ​ຫວຽດ​ນາມ. ບົດ​ຂຽນ ໄດ້​ແນະ​ນຳ​ຫວຽດ​ນາມ ມີ​ພື້ນ​ຖານ​ວັດ​ທະ​ນະ​ທຳ ກໍ​ຄື​ທິວ​ທັດ​ທຳ​ມະ​ຊາດ​ທີ່​ເ​ປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຈາກ​ພາກ​ເ​ໜືອ ດ້ວຍ​ເຂດ​ທົ່ງ​ພ​ຽງ​ແມ່​ນ້ຳ​ແດງ, ອ່າວ​ຫ້າ​ລອງ… ເຖິງ​ພາກ​ໃຕ້ ດ້ວຍ​ເຂດ​ທົ່ງ​ພຽງ​ແມ່ນ້ຳ​ຂອງ, ເຂດ​ຕະ​ຫຼາດ​ບົນ​ແມ່​ນ້ຳ​ເກີນ​ເທີ. ແຕ່​ລະ​ເຂ​ດ​ພາກ​ລ້ວ​ມ​ແຕ່​​ມີສະ​ຖາ​ປັດ​ຕະ​ຍາ​ກຳ​ເປັນ​ເ​ອ​ກະ​ລັກ ແລະ ສີ​ສັນ​ສະ​ເພາະ… ບົດ​ຂຽນ ໄດ້​ຊີ້​ໃຫ້​ເຫັນ​ວ່າ, ​ພຽງໃນ​ຮອບ​ເວ​ລາ 15 ປີ​​​ມາ​ນີ້, ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດ​ນາມ ໄ​ດ້​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ. ປີ 2015, ຈຳ​ນວນ​ນັກ​ທ່ອ​ງ​ທ່ຽວ​​ສາ​ກົນມາ​ຫວຽດ​ນາມ ບັນ​ລຸ 7 ລ້ານ​ເທື່ອ​ຄົນ ເມື່ອ​ທ​ຽບ​ໃສ່ 2 ລ້ານ​ເທື່ອ​ຄົນ​ເມື່ອ​ປ​ີ 2000. ​

ຂ່າວ/ບົດ​ອື່ນ