ສື່ມວນຊົນໄທໃຫ້ຂ່າວ, ການປະຊຸມຄະນະລັດຖະບານຮ່ວມຄັ້ງທີ 2 ລະຫວ່າງຫວຽດນາມ - ໄທ

ສື່ມວນຊົນໄທໃຫ້ຂ່າວ, ການປະຊຸມຄະນະລັດຖະບານຮ່ວມຄັ້ງທີ 2 ລະຫວ່າງຫວຽດນາມ - ໄທ  - ảnh 1

ການນຳສອງປະເທດລົງນາມໃນຂໍ້ຕົກລົງຮ່ວມມື
(ພາບ: baodongnai.com.vn)

(vovworld) - ວັນ​ທີ 29/10, ສື່​ມວນ​ຊົນ​ໄທ​ໄດ້​ໃຫ້​ຂ່າວ, ບົດ ​ແລະ ຮູບ​ພາບ​ກ່ຽວ​ກັບ​ການປະຊຸມ​ຄະນະ​ລັດຖະບານ​ຮ່ວມ​ຄັ້ງ​ທີ 2 ລະ​ຫວ່າງ​ຫວຽດນາມ - ​ໄທ ​ເຊິ່ງຫາ​ກໍ່​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ, ​ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ເລື່ອງ​ສອງ​ຝ່າຍ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື ​ແລະ ​ເຫັນ​ດີ​ເພີ່ມ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ຂຶ້ນ​ເຖິງ 18 ຕື້ USD ​ໃນ​ປີ 2015. ສື່​ມວນ​ຊົນ​ໄທຍັງ​ໃຫ້​ຮູ້​ວ່າ, ​ໃນ​ການ​ປະຊຸມ​ຄັ້ງ​ນີ້, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ແລະ ທ່ານ​ນາງ​ນາຍົກລັດຖະມົນ​ຕີ​ໄທ ຍິງ​ຮັກ ຊິນນະ​ວັດ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ສາມາດ​ຍົກ​​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ແລະ ​ເຫັນ​ດີ​ນຳ​ກັນ​ວ່າ, ສອງ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ການ​ສົ່ງອອກ​ເຂົ້າສານ, ການ​ພັດທະນາ​ຂະ​ແໜງ​ຢາງພາລາ, ການຮ່ວມ​ມື​ທາງ​ດ້ານ​ພະລັງງານ, ນ້ຳມັນ​ອາຍ​ແກ​ດ, ທາງຄົມມະນາຄົມ​ທີ່​ເຊື່ອມ​ຕໍ່​ລະຫວ່າງ​ສອງ​ປະ​ເທດ ກໍ່​ຄື​ແລວ​​ເສດຖະກິດຕາ​ເວັນ​ອອກ - ຕາ​ເວັນ​ຕົກ. ນາຍົກລັດຖະມົນຕີທັງສອງ​ທ່ານ ຍັງ​ແລກປ່ຽນ​ກ່ຽວ​ກັບ​ຫຼາຍ​ບັນຫາ​ທີ່​ແຕກ​ຕ່າງ​ກັນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື​ພະລັງງານ, ກະ​ສີ​ກຳ, ຄວາມ​ສາມັກຄີ​ໃນ​ອາ​ຊຽນ, ການ​ແກ້​ໄຂ​ວິ​ກິດ​ການ ​ແລະ ​ໄພ​ທຳ​ມະ​ຊາດ, ພ້ອມທັງ​ເຫັນ​ດີ​ນຳ​ກັນຈະ​ສ້າງ​ການ​ຮ່ວມ​ມື​ດ້ວຍ​ຫຼາຍ​ຮູບ​ການ ບໍ່​ພຽງ​ແຕ່​ສອງ​ຝ່າຍ, ຫຼາຍ​ຝ່າຍ, ຫາກ​ໃນ​ຂັ້ນ​ອາ​ຊຽນ ​ແລະ ສາກົນ​ອີກ​ດ້ວຍ. ​ໂດ​ຍສະ​ເພາະ​ແມ່ນ​ສ້າງ​ຕັ້ງ​ຄະນະ​ກຳມະການ​ປະສົມ ​ເພື່ອ​ແນ​ໃສ່​ຊຸກຍູ້​ຍຸດ​ທະ​ສາດ​ເຫຼົ່າ​ນັ້ນ.

ຂ່າວ/ບົດ​ອື່ນ