ສີສັນFestivalດົນຕີອາຊີ ເອີລົບຄັ້ງທີ 2

ສີສັນFestivalດົນຕີອາຊີ ເອີລົບຄັ້ງທີ 2 - ảnh 1
Fesival ດົນ​ຕີ ອາ​ຊີ ເອີ​ລົບ​ຄັ້ງ​ທີ 2 
ພາບ:internet

(vovworld)-  ຕອນ​ຄ່ຳ​ວັນ​ທີ 12/10, Fesival ດົນ​ຕີ ອາ​ຊີ ເອີ​ລົບ​ຄັ້ງ​ທີ 2 ແລະ Fesival -ກອງ​ປະ​ຊຸມ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ນັກ​ປະ​ດິດ​ແຕ່ງ​ດົນ​ຕີ ອາ​ຊີ - ປາ​ຊີ​ຟີກ ຄັ້ງ​ທີ 34 ໄດ້​ໄຂ​ຂຶ້ນ​ຢູ່ ຮ່າ​ໂນ້ຍ. ເຂົ້າ​ຮ່ວມ Fesival ຄັ້ງ​ນີ້ ມີ​ນັກ​ສິ​ລະ​ປິນ​, ນັກ​ດົນ​ຕີ ເກືອບ 200 ຄົນທີ​ທີ່​ມາ​ຈາກ 30 ປະ​ເທດ ແລະ ເຂດ​ແຄ້ວນ​ຄື: ອັງ​ກິດ, ໂປ​ໂລຍ, ກາ​ນາ​ດາ, ໂກ​ໂລມ​ບີ, ໄຕ້​ຫວັນ, ເຢຍ​ລະ​ມັນ, ຮົ່ງ​ກົງ, ຝ​ລັ່ງ, ອົດ​ສະ​ຕາ​ລີ, ແອດ​ສະ​ປາຍ, ຕວກ​ກີ… ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ຫືວ​ຖິງ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ສະ​ມາ​ຄົມ​ວັນ​ນະ​ຄະ​ດີ​ສິ​ລະ​ປະ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

“Fesival ດົນ​ຕີ​ຄັ້ງ​ນີ້​ແມ່ນ​ການ​ປະ​ສົມປະ​ສານ​ລະ​ຫວ່າງ 2 ພື້ນ​ຖານ​ດົນ​ຕີ 2 ທະ​ວີບ ກັບ​ບັນ​ດາ​ບົ​ດ​ດົນ​ຕີ​ໂດຍ​ບັນ​ດາ​ນັກ​ສິ​ລະ​ປິນ​ໃນ​ຍຸກ​ປະ​ບັນ​ຂອງ​ບັນ​ດາ​ປະ​ເທດ​ປະ​ດິດ​ແຕ່ງ​. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພວກ​ເຮົາ​ພົບ​ປະ​ແລກ​ປ່ຽນ, ແນະ​ນຳ​ບັນ​ດາ​ຜົນ​ງານ​ໃນ​ຂົງ​ເຂດ​ປະ​ດິດ​ສ້າງ​ດົນ​ຕີ​ອາ​ຊີບ​ລະ​ດັບ​ສງ. ນີ້​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ດົນ​ຕີ ອາ​ຊີ ເອີ​ລົບ ພົວ​ພັນ​ແລກ​ປ່ຽນ ແລະ ເພີ່ມ​ເຕີມ​ໃຫ້​ກັນ.”


ຕອບກັບ

ຂ່າວ/ບົດ​ອື່ນ