ສອນພາສາຫວຽດ ໃຫ້ພະນັກງານນັກຮົບປ້ອງກັນຄວາມສະຫງົບລາວ

ສອນພາສາຫວຽດ ໃຫ້ພະນັກງານນັກຮົບປ້ອງກັນຄວາມສະຫງົບລາວ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 05/05, ຕຳຫຼວດ​ແຂວງກວາງ​ນາມ ​ໄດ້​ເປີດ​​ຊຸດບຳລຸງ​ສ້າງພາສາ​ຫວຽດ ​ໃຫ້​ພະນັກງານ, ນັກຮົບ​ກອງ​ບັນຊາ​ການປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ​ເຊ​ກອງ, ປະ​ເທດ​ລາວ. ມີ​ພະນັກງານ, ນັກຮົບກອງ​ບັນຊາ​ການປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ​ເຊ​ກອງ 40 ຄົນ​ໄດ້​ເຂົ້າ​ຮ່ວມໃນເວລາ 3 ​ເດືອນ, ພະນັກງານ, ນັກຮົບ​ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ເຊ​ກອງ ຈະ​ໄດ້​ຮຽນ​​ພາສາ​ຫວຽດ ​ຂັ້ນ​ຮາກຖານ. ບັນດາ​ນັກຮຽນ​ຍັງ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ພຶດຕິ​ກຳ​ຕົວ​ຈິງ, ພົບ​ປະ​ແລກປ່ຽນ​ກັບ​ພະນັກງານ ​ແລະ ປະຊາຊົນ​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ