ສະພາຄວາມໝັ້ນຄົງສປຊປ່ອນບັດລັບບໍ່ເປັນທາງການເພື່ອເລືອກຕັ້ງເລຂາທິການໃຫຍ່ສປຊ

ສະພາຄວາມໝັ້ນຄົງສປຊປ່ອນບັດລັບບໍ່ເປັນທາງການເພື່ອເລືອກຕັ້ງເລຂາທິການໃຫຍ່ສປຊ - ảnh 1
ບັນດາ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນເລຂາທິການໃຫຍ່ ສປຊ
(ພາບ: AFP)

(vovworld) – ພາຍຫຼັງ​ເວລາ​ຫຼາຍ​ເດືອນ, ບັນດາ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຂົນຂວາຍ ​ແລະ ​ໂຕ້​ເວທີ, ວັນ​ທີ 21/7, ບັນດາ​ເອກ​ອັກຄະ​ລັດຖະທູດ​ຂອງ 15 ປະ​ເທດ​ກຳມະການ​ສະພາ​ຄວາມ​ໝັ້ນຄົງ ສປຊ ດຳ​ເນີນ​ການ​ປ່ອນ​ບັດ​ລັບ​ບໍ່​ເປັນ​ທາງ​ການ​ເພື່ອ​ເລືອກ​ຕັ້ງ​ເລຂາທິການ​ໃຫຍ່ ສປຊ ​ແທນ​ໃຫ້​ທ່ານ Ban ki moon ​ໃນ​ເດືອນ 1/2017. ​ແຕ່ລະ​ປະ​ເທດ​ສະມາຊິກສະພາ​ຄວາມ​ໝັ້ນຄົງ ສປຊ ​ໄດ້​ໃຫ້​ຄະ​ແນນ​ສຳລັບ​ບັນດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຊ່ວງ​ເສັງ​ເຂົ້າຕຳ​ແໜ່​ງນີ້. ໝາກຜົນ​ຂ​ອງການ​ປ່ອນ​ບັດ​ຄັ້ງ​ທຳ​ອິດ​ບໍ່​ໄດ້​ປະກາດ​ຢ່າງ​ກ້ວາງ​ຂວາງ, ​ແຕ່​ຈະ​ໄດ້​ປະກາດ​ໃຫ້​ລັດຖະບານບັນດາ​ປະ​ເທດ​ໄດ້​ສະ​ເໜີ​ບັນດາ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ. ປະຈຸ​ບັນ, ການ​ຊ່ວງ​ເສັງ​ເຂົ້າ​ຕຳ​ແໜ່​ງ​ເລ​ຂາ​ທິການ​ໃຫຍ່ ສປຊ ມີ 12 ຄົນ, ສ່ວນ​ຫຼາຍ​ແມ່ນ​ມາ​ຈາກ​ບັນດາ​ປະ​ເທດ ​ເອີ​ລົບ ຕາ​ເວັນ​ອອກ. ນອກຈາກ​ປັດ​ໄຈ​ດ້ານ​ພູມ​ສາດ, ການ​ເລືອກ​ຕັ້ງ​ປີ​ນີ້​ຍັງ​ຄິດ​ໄລ່​ຊັ່ງຊາ​ເຖິງ​ປັດ​ໄຈທາງເພດ. ຫຼາຍ​ປະ​ເທດ​ໄດ້​ອອກສຽງມອບ​ສິດ​ນຳພາ​ໃຫ້​ແມ່​ຍິງ. ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຍິງ 2 ຄົນ​ມີ​ຄວາມ​ສາມາ​ດບົ່ມ​ຊ້ອນ​ທີ່​ສຸດ​ໃນ​ປະຈຸ​ບັນ​ແມ່ນ: ທ່ານ​ນາງ Irina Bokova, ​ຜູ້ອຳນວຍການ​ໃຫຍ່ UNESCO ​ແລະ ທ່ານ​ນາງ Helen Clark, ຜູ້​ອຳນວຍ​ການ​​ໂຄງການ​ພັດທະນາ ສປຊ (UNDP), ອະ​ດີດ​ນາຍົກ​ລັດຖະມົນຕີ New Zealand.



ຂ່າວ/ບົດ​ອື່ນ