ສະພາຄວາມໝັ້ນຄົງສປຊຮັບຮອງເອົາມະຕິໂດຍຫວຽດນາມ ຮຽບຮຽງ

(VOVWORLD) -ບັນດາປະເທດໄດ້ເຫັນດີຕໍ່ເລື່ອງ ສະພາຄວາມໝັ້ນຄົງສະຫະປະຊາຊາດຮັບຮອງເອົາມະຕິ

ສະພາຄວາມໝັ້ນຄົງສປຊຮັບຮອງເອົາມະຕິໂດຍຫວຽດນາມ ຮຽບຮຽງ - ảnh 1

 ສະພາຄວາມໝັ້ນຄົງສປຊຮັບຮອງເອົາມະຕິໂດຍຫວຽດນາມ ຮຽບຮຽງ

(ພາບປະກອບ: THX/TTXVN)

ວັນທີ 25 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮັບຮອງເອົາຕິເລກທີ 2529 ວ່າດ້ວຍການແຕ່ງຕັ້ງນັກໄອຍະການຄືນໃໝ່ ແລະ ກວດກາການເຄື່ອນໄຫວໄລຍະ 2 ປີຂອງກົນໄກແກ້ໄຂບັນດາກໍລະນີຍັງຄົງຄ້າງຂອງບັນດາສານສາກົນ (ເອີ້ນຫຍໍ້ວ່າ ກົນໄກ).

        ດ້ວຍບົດບາດເປັນປະທານກຸ່ມປະຕິບັດງານຂອງສະພາຄວາມໝັ້ນຄົງ ກ່ຽວກັບກົນໄກດັ່ງກ່າວ, ຫວຽດນາມ ໄດ້ຮຽບຮຽງ ແລະ ເປັນປະທານປຶກສາຫາລືມະຕິ. ມະຕິເລກທີ 2529 ໄດ້ຮັບຮູ້ບັນດາໝາກຜົນການເຄື່ອນໄຫວໃນປີ 2018 - 2019 ຂອງກົນໄກ, ໃນນັ້ນມີການປະຕິບັດບັນດາຂໍ້ສະເໜີແນະຂອງອົງການຄວບຄຸມພາຍໃນສະຫະປະຊາຊາດ ແລະ ມະຕິເລກທີ 2422 (2018) ຂອງສະພາຄວາມໝັ້ນຄົງ, ເຊິ່ງສຸມໃສ່ເຂົ້າໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຮັບປະກັນຜູ້ຕາງໜ້າມີຄວາມດຸ່ນດ່ຽງດ້ານພູມມີສັນຖານໃນຖັນແຖວພາລະກອນຂອງກົນໄກ, ປະຕິບັດການຫຼຸດຜ່ອນລາຍຈ່າຍ.

        ພາຍຫຼັງການປຶກສາຫາລືທາງອອນລາຍ 3 ຄັ້ງໃນລະຫວ່າງວັນທີ 27 ພຶດສະພາ - 19 ມິຖຸນາ, ບັນດາປະເທດໄດ້ເຫັນດີຕໍ່ເລື່ອງ ສະພາຄວາມໝັ້ນຄົງສະຫະປະຊາຊາດຮັບຮອງເອົາມະຕິ ແລະ ຫຼາຍປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຕີລາຄາບົດບາດຕັ້ງໜ້າຂອງຫວຽດນາມ ໃນການປະສານງານ, ບໍລິຫານຢ່າງພາວະວິໄສ, ກະຈ່າງແຈ້ງ, ກໍຄືວິທີຊຸກຍູ້ເພື່ອໃຫ້ບັນດາປະເທດບັນລຸໄດ້ການປະນິປະນອມ.

ຕອບກັບ

ຂ່າວ/ບົດ​ອື່ນ