ສະພາຄວາມໝັ້ນຄົງສະຫະປະຊາຊາດຕໍ່ກຳນົດເວລາການເຄື່ອນໄຫວກູ້ຊ່ວຍໃຫ້ຊີຣີຕື່ມອີກ1ປີ

ສະພາຄວາມໝັ້ນຄົງສະຫະປະຊາຊາດຕໍ່ກຳນົດເວລາການເຄື່ອນໄຫວກູ້ຊ່ວຍໃຫ້ຊີຣີຕື່ມອີກ1ປີ - ảnh 1
(ພາບປະກອບ AP/TTXVN)

(vovworld) – ວັນ​ທີ 21/12 ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຮັບຮອງ​ເອົາ​ມະຕິ​ການຕໍ່​ ກຳນົດ​ເວລາ ຕື່ມ​ອີກ 1 ປີ​​ໃນ​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ສິນຄ້າ​ໜູນ​ຊ່ວຍ​ມະນຸດສະທຳ​ຜ່ານ​ຊາຍ​ແດນ ​ແລະ ບັນດາ​​​ເຂດ​ມີ​ການ​ປະ​ທະ​ກັນ​ຢູ່ ຊີຣີ. ຈຸດປະສົງ​ຂອງ​ມະຕິ​ນີ້ ​ແມ່ນ​ຊ່ວຍ​ບັນດາ​ພາລະ​ກອນ​ຂອງ​ສະຫະ​ປະຊາ​ຊາດ​ ​ໂດຍ​ບໍ່​ຕ້ອງການ​​ໄດ້​ຮັບຄວາມ​​ເຫັນ​ດີ​ຈາກ​ອຳນາດ​ການ​ປົກຄອງ Damascus ​ແຕ່​ກໍ່​ສາມາດ​ຊ່ວຍ​ເຫຼືອ​ປະຊາຊົນນັບ​ພັນ​ຄົນ ທີ່​ພວມ​ຕິດ​ຄ້າງ​ຢູ່​ບັນດາ​​ເຂດ ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງພວກ​ກະບົດລຸກ​ຮື້​ຂຶ້ນ. ມະຕິ​ດັ່ງກ່າວ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ຈາກ 15 ​ສະມາຊິກສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ໂດຍ​ສະ​ແດງ​ຄວາມ​ຄຽດ​ແຄ້ນ​ຕໍ່ໜ້າ “ວິ​ກິດ​ການ​ມະນຸດສະທຳ​ນັບ​ມື້​ນັບຍັງ​ຜັນ​ແປຢ່າງ​ຮ້າຍ​ແຮງ​ລົງ​ຢູ່ ຊີຣີ”. ​ແຫ່ງ​ທີ​່ ມີປະຊາຊົນກ່ວາ 13,5 ລ້ານ​ຄົນຕ້ອງການ​ຄວາມ​ຊ່ວຍ​ເຫຼືອຢ່າງ​ຮີບ​ດ່ວນ. ມະຕິ​ກໍ່ກ່າວ​ໂທດ​ວ່າກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິດສະ​ລາມ IS ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ເຖິງ​ເຄືອ​ຂ່າຍ​ກໍ່​ການ​ຮ້າຍ Al – Qaeda ລ້ວນ​ແຕ່​ຕັ້ງ​ໃຈ​ກີດຂວາງ​ບັນດາ​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ສິນຄ້າ​ກູ້​ຊ່ວຍ​ຜ່ານ​ບັນດາ​​ເຂດ​ພວມ​ມີ​ການ​ປະ​ທະ​ກັນ

ຂ່າວ/ບົດ​ອື່ນ