ສະພາຄວາມໝັ້ນຄົງສະຫະປະຊາຊາດປຶກສາຫາລືກ່ຽວກັບບັນຫາອາວຸດຜິດກົດໝາຍ

(VOVWORLD) -ທ່ານເອກອັກຄະລັດຖະທູດ ດັ່ງດິ່ງກຸ່ຍ ກ່າວຄຳປາໄສຢູ່ກອງປະຊຸມໂດຍເນັ້ນໜັກຕ້ອງເຄົາລົບ ແລະ ປະຕິບັດຕາມກົດໝາຍສາກົນ, ກົດບັດສະຫະປະຊາຊາດ, ໃນນັ້ນມີກົດໝາຍວ່າດ້ວຍມະນຸດສະທຳ ແລະ ບັນດາສົນທິສັນຍາສາກົນ
ສະພາຄວາມໝັ້ນຄົງສະຫະປະຊາຊາດປຶກສາຫາລືກ່ຽວກັບບັນຫາອາວຸດຜິດກົດໝາຍ - ảnh 1ທ່ານເອກອັກຄະລັດຖະທູດ ດັ່ງດິ່ງກຸ່ຍ ກ່າວຄຳປາໄສຢູ່ກອງປະຊຸມ
(ພາບ: baoquocte.vn)

ໃນວັນທີ 22 ພະຈິກ ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດການປຶກສາຫາລື ກ່ຽວກັບຜົນກະທົບຂອງອາວຸດຜິດກົດໝາຍຕໍ່ກັບສັນຕິພາບ ແລະ ຄວາມສະຫງົບ. ທ່ານເອກອັກຄະລັດຖະທູດ ດັ່ງດິ່ງກຸ່ຍ, ຫົວໜ້າຄະນະປະຕິບັດງານຂອງ ຫວຽດນາມ ຢູ່ສະຫະປະຊາຊາດ ກ່າວຄຳປາໄສຢູ່ກອງປະຊຸມໂດຍເນັ້ນໜັກຕ້ອງເຄົາລົບ ແລະ ປະຕິບັດຕາມກົດໝາຍສາກົນ, ກົດບັດສະຫະປະຊາຊາດ, ໃນນັ້ນມີກົດໝາຍວ່າດ້ວຍມະນຸດສະທຳ ແລະ ບັນດາສົນທິສັນຍາສາກົນ, ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ; ເອົາໃຈໃສ່ເຖິງບັນດາລັກສະນະສະພາບຂອງພາກພື້ນ, ປະເທດຕົວຈິງສະໜັບສະໜູນການສ້າງກຳລັງຄວາມສາມາດໃນການແກ້ໄຂບັນດາບັນຫາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍພາຍຫຼັງການປະທະກັນ; ມີວິທີສຳຜັດໂດຍລວມ, ມີປະສິດທິຜົນ. ທ່ານເອກອັກຄະລັດຖະທູດ ດັ່ງດິ່ງກຸ່ຍ ກໍ່ເນັ້ນໜັກບັນດາປະເທດມີໜ້າທີ່ຫຼັກກ່ຽວກັບການຮັບປະກັນການຄຸ້ມຄອງ, ຕິດຕາມກວດກາອາວຸດ, ຕ້ານອາດຊະຍາກຳ ແລະ ອາວຸດຜິດກົດໝາຍ; ຕ້ອງຮັບປະກັນສິດອັນຊອບທຳຂອງບັນປະເທດ ກ່ຽວກັບການຈັດຊື້, ຜະລິດ, ການມອບຮັບ ແລະ ການເປັນກຳມະສິດອາວຸດ ເພື່ອເປົ້າໝາຍປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ຕອບກັບ

ຂ່າວ/ບົດ​ອື່ນ