ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ ອາ​ຊຽນ ປາດ​ຖະ​ໜາ​​ຢາກ​ຮ່ວມ​ມື​ຮັກ​ສາ​ການ​ຜະ​ລິດ, ພັດ​ທະ​ນາ​ເສດ​ຖະ​ກິດ ຫວຽດ​ນາມ

(VOVWORLD) -ຕອນເຊົ້າວັນທີ 30 ກັນຍາ, ໂດຍຕອບສະໜອງຕາມຄຳສະເໜີຂອງທ່ານ Ted Osius, ປະທານທັງເປັນຜູ້ອຳນວຍການໃຫຍ່ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເປັນປະທານການເຮັດວຽກກັບຄະນະວິສາຫະກິດຂັ້ນສູງ ຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ແບບໂດຍກົງ ປະສົມກັບທາງໄກ.
ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ ອາ​ຊຽນ ປາດ​ຖະ​ໜາ​​ຢາກ​ຮ່ວມ​ມື​ຮັກ​ສາ​ການ​ຜະ​ລິດ, ພັດ​ທະ​ນາ​ເສດ​ຖະ​ກິດ ຫວຽດ​ນາມ - ảnh 1ຜູ້ແທນບັນດາປະເທດເຂົ້າຮ່ວມການເຮັດວຽກແບບທາງໄກ (ພາບ: quochoi.vn)

ເນື້ອໃນຂອງການເຮັດວຽກຄັ້ງນີ້ເພື່ອແນໃສ່ສະແດງຄຳໝັ້ນສັນຍາຂອງເສດຖະກິດພາກເອກະຊົນ ອາເມລິກາ ດ້ວຍບົດບາດເປັນຄູ່ຮ່ວມມື ແລະ ແມ່ນແຫຼ່ງກຳລັງທີ່ໜ້າໄວ້ເນື້ອເຊື່ອໃຈໃນການຊຸກຍູ້ບັນດາເປົ້າໝາຍບຸລິມະສິດ, ພິເສດແມ່ນໃນການຫັນເປັນດີຈີຕອນ ແລະ ພັດທະນາແບບຍືນຍົງຂອງ ຫວຽດນາມ.

ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ ອາ​ຊຽນ ປາດ​ຖະ​ໜາ​​ຢາກ​ຮ່ວມ​ມື​ຮັກ​ສາ​ການ​ຜະ​ລິດ, ພັດ​ທະ​ນາ​ເສດ​ຖະ​ກິດ ຫວຽດ​ນາມ - ảnh 2ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້  (ພາບ: quochoi.vn)

ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ຕີລາຄາສູງຕໍ່ບັນດາການປະກອບສ່ວນຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ທີ່ຕໍ່ມີການພັດທະນາຂອງການພົວພັນ ຫວຽດນາມ - ອາເມລິກາ ໃນຫຼາຍປີຜ່ານມາ, ປະກອບສ່ວນຢ່າງຕັ້ງໜ້າແກ່ການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ, ໂດຍສະເພາະແມ່ນບັນດາເສົາຄ້ຳທີ່ກ່ຽວຂ້ອງເຖິງດ້ານເສດຖະກິດ - ການຄ້າ - ການລົງທຶນ. ທ່ານເວືອງດິ່ງເຫວ້ ເຊື່ອໝັ້ນວ່າ ສິ່ງທີ່ບັນດາວິສາຫະກິດພວມປະເຊີນໜ້າໃນປັດຈຸບັນ ແມ່ນບັນດາຄວາມຫຍຸ້ງຍາກໃນສະເພາະໜ້າ ແລະ ຊົ່ວຄາວ ເພາະວ່າ ຫວຽດນາມ ມີພື້ນຖານທີ່ດີເພື່ອໃຫ້ບັນດາຝ່າຍສືບຕໍ່ຮ່ວມມືແກ່ການເຕີບໂຕແບບຍືນຍົງເພື່ອຄວາມວັດທະນາຖາວອນລວມຂອງສອງປະເທດ ກໍຄືວິສາຫະກິດ ແລະ ປະຊາຊົນສອງປະເທດ. ທ່ານກໍຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການພົວພັນກັບ ອາເມລິກາ ເປັນສຳຄັນ ແລະ ມີຄວາມປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ນຳມາເຊິ່ງປະສິດທິຜົນ ແລະ ຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ສອງປະເທດ, ປະຊາຄົມວິສາຫະກິດ ແລະ ປະຊາຊົນສອງປະເທດ.

        ສ່ວນທ່ານ Ted Osius, ປະທານທັງເປັນຜູ້ອຳນວຍການໃຫຍ່ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ມີຄວາມປາດຖະໜາຢາກຮ່ວມມືພ້ອມກັບລັດຖະບານ ຫວຽດນາມ ເພື່ອຮັກສາການຜະລິດ, ສ້າງວຽກເຮັດງານທຳ ແລະ ຊຸກຍູ້ການພັດທະນາເສດຖະກິດ. ປະຊາຄົມວິສາຫະກິດ ອາເມລິກາ ໃຫ້ຄຳໝັ້ນສັນຍາສະໜັບສະໜູນເປົ້າໝາຍຄວບຄູ່ຂອງ ຫວຽດນາມ ກໍຄືການຮັບມືກັບສະພາບການປົກກະຕິໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ