ສະ​ພາ​ຕ່ຳ​ ອາ​ເມ​ລິ​ກາ ຮັບ​ຮ​ອງ​ເອົາ​ຮ່າງ​ກົດໝາຍ​ງົບ​ປະ​ມານ​ຊົ່ວ​ຄາວ​ໃຫ້​ແກ່​ລັດ​ຖະ​ບານ

(VOVWORLD) -ເລື່ອງສະພາຕ່ຳ ອາເມລິກາ ຮັບຮອງເອົາ ຮ່າງກົດໝາຍດັ່ງກ່າວ ຈະຊ່ວຍໃຫ້ບັນດາພະນັກງານຂອງລັດຖະບານ ຫຼີກລ້ຽງໄດ້ຄວາມສ່ຽງຕ້ອງພັກການ ໂດຍທີ່ບໍ່ໄດ້ຮັບເງິນເດືອນໃນ ໂອກາດວັນບຸນຄຼິດສມາດ ຈະມາເຖິງ.
ສະ​ພາ​ຕ່ຳ​ ອາ​ເມ​ລິ​ກາ ຮັບ​ຮ​ອງ​ເອົາ​ຮ່າງ​ກົດໝາຍ​ງົບ​ປະ​ມານ​ຊົ່ວ​ຄາວ​ໃຫ້​ແກ່​ລັດ​ຖະ​ບານ - ảnh 1ກອງປະຊຸມຂອງສະພາຕ່ຳ ອາເມລິກາ (ພາບ:  AFP/TTXVN)

ວັນທີ 2 ທັນວາ, ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍສະໜອງງົບປະມານ ໃຫ້ແກ່ ລັດຖະບານ ລະຫວ່ງລັດ ຈົນຮອດກາງເດືອນກຸມພາປີ 2022 ແລະ ໄດ້ສົ່ງຮ່າງກົດໝາຍສະບັບນີ້ ໄປຍັງສະພາສູງ ເພື່ອພິຈາລະນາຮັບຮອງເອົາ ກ່ອນເວລາກຳນົດແມ່ນ ຄືນ ວັນທີ 3 ທັນວາ (ຕາມເວລາ ທ້ອງຖິ່ນ) ຫຼື ລັດຖະບານ ອາເມລິກາ ຈະຕ້ອງອັດປະຕູສ່ວນໜຶ່ງ.

ດ້ວຍບັດສະໜັບສະໜູນ 221 ບັດ ແລະ ບັດຄ້ານ 212 ບັດ, ສະພາຕ່ຳ ອາເມລິກາ ໂດຍ ພັກປະຊາທິປະໄຕຄວບຄຸມ ໄດ້ຮັບຮອງເອົາຮ່າງກົດໝາຍສະໜອງງົບປະມານຊົ່ວຄາວ ດັ່ງກ່າວ ແລະ ມີຜົນສັກສິດຮອດວັນທີ 18 ກຸມພາ ປີ 2022. ສະມາຊິກລັດຖະສະພາ ພັກສາທາລະນະ ມີພຽງແຕ່ຜູ້ດຽວ ແມ່ນ ທ່ານ Adam Kinzinger ໄດ້ສະໜັບສະໜູນຮ່າງກົດໝາຍສະບັບນີ້.

ເລື່ອງສະພາຕ່ຳ ອາເມລິກາ ຮັບຮອງເອົາ ຮ່າງກົດໝາຍດັ່ງກ່າວ ຈະຊ່ວຍໃຫ້ບັນດາພະນັກງານຂອງລັດຖະບານ ຫຼີກລ້ຽງໄດ້ຄວາມສ່ຽງຕ້ອງພັກການ ໂດຍທີ່ບໍ່ໄດ້ຮັບເງິນເດືອນໃນ ໂອກາດວັນບຸນຄຼິດສມາດ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ