ສະພາບການໂລກລະບາດໂຄວິດ-19 ຢູ່ໃນໂລກ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 237,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 4,84 ລ້ານຄົນ.
ສະພາບການໂລກລະບາດໂຄວິດ-19 ຢູ່ໃນໂລກ - ảnh 1(ພາບປະກອບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຕອນເຊົ້າວັນທີ 08 ຕຸລາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 237,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 4,84 ລ້ານຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນກວ່າ 214,6 ລ້ານຄົນ.

        ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ. ຕໍ່ໜ້າສະພາບການໂລກລະບາດສືບຕໍ່ມີການຜັນແປທີ່ສັບສົນ, ທ່ານປະທານາທິບໍດີອາເມລິກາ Joe Biden ຢືນຢັນວ່າ ການບັງຄັບສັກວັກຊິນໄດ້ກາຍເປັນສິ່ງທີ່ຈຳເປັນ ແລະ ແມ່ນເຄື່ອງມືທີ່ມີປະສິດທິຜົນເພື່ອແນໃສ່ຢຸດຕິໂລກລະບາດ.

        ອາຊີແມ່ນພາກພື້ນຖືກຜົນສະທ້ອນໃຫຍ່ຫຼວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດເກືອບ 77 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1,13 ລ້ານຄົນ. ເອີລົບ ຢືນອັນດັບທີ 2 ດ້ວຍຜູ້ຕິດເຊື້ອເກືອບ 60 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 1,23 ລ້ານຄົນ.

        ເພື່ອແນໃສ່ຮັບປະກັນສຸຂະພາບຂອງປະຊາຄົມ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຮຽກຮ້ອງການອຸປະຖຳຈຳນວນເງິນ 8 ຕື້ USD ເພື່ອສັກວັກຊິນໂດຍຍຸຕິທຳໃຫ້ພົນລະເມືອງໂລກ 40% ຮອດທ້າຍປີ 2021 ນີ້.

ສ່ວນຢູ່ຫວຽດນາມ, ນັບແຕ່ເວລາ 17 ໂມງຂອງວັນທີ 07 ຕຸລາ ຫາເວລາ 17 ໂມງຂອງວັນທີ 8 ຕຸລາ, ຫວຽດນາມ ຜູ້ມີຜູ້ຕິດເຊື້ອພະຍາດໂຄວິດ -19 ທັງໝົດ 831.643 ຄົນ. ໃນວັນທີ 08 ຕຸລາ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 994 ຄົນ, ຍົກຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິຂຶ້ນເປັນ 759.482 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ