ສະພາສູງອາເມລິກາເຊັນອະນຸມັດໃຫ້ທ່ານRex Tillersonເປັນລັດຖະມົນຕີການຕ່າງປະເທດ

ສະພາສູງອາເມລິກາເຊັນອະນຸມັດໃຫ້ທ່ານRex Tillersonເປັນລັດຖະມົນຕີການຕ່າງປະເທດ - ảnh 1
ທ່ານ Rex Tillerson (ພາບ: THX/TTXVN)

(vovworld) – ​ ​ ວັນ​ທີ 01/02 ສະພາ​ສູງ ອາ​ເມ​ລິ​ກາ ​​ໄດ້​ເຊັນ​ອະນຸມັດຂໍ້​ຕົກລົງ​ຂອງ​ທ່ານ​ປະທານາທິບໍດີ Donald Trump ທີ່​ແຕ່ງ​ຕັ້ງ ທ່ານ Rex Tillerson ອະດີດ​ປະທານ​ທັງ​​ເປັນຜູ້ອຳນວຍການ​ຝ່າຍ​ບໍລິຫານ​ກຸ່ມ​ບໍລິສັດນ້ຳມັນບໍ່ Exxol Mobil ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຄົນ​ໃໝ່​ຂອງ​ປະ​ເທດ​ນີ້. ທ່ານ Rex Tillerson ອາຍຸ 64 ປີ ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດຜູ້​ທີ 69 ຂອງ ອາ​ເມ​ລິ​ກາ ​ແລະ ຮັບ​ດຳລົງຕຳ​ແໜ່ງນີ້ ​ໃນຈຸດ​ເວລາ​ທີ່ການ​ພົວພັນ​ລະຫວ່າງ ວໍ​ຊິງ​ຕັນ ​ແລະ ບັນດາ​ປະ​ເທດ​ສຳພັນ​ທະ​ມິດ ກໍ່​ຄື​ຄູ່​ຮ່ວມ​ມື​ສາກົນ​ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ນັບ​ແຕ່​​ເມື່ອທ່ານ​ປະທານາທິບໍດີ Donald Trump ຂຶ້ນ​ກຳ​ອຳນາດ.

        ​ແລະ​ໃນ​ວັນ​ດຽວ​ກັນ, ທ່ານ James Mattis ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ​​ເລີ່​ມຕົ້ນ​ການ​ຢ​້ຽມຢາມ ສ.​ເກົາຫຼີ​ ທີ່​ແກ່ຍາວ​ເປັນ​ເວລາ 2 ວັນ, ຕອນ​ເຊົ້າ​ວັນ​ທີ 02/02 ທ່ານ Mattis ມີ​ການ​ເຈລະຈາ​ກັບ​ຄູ່​ຕຳ​ແໜ່​ງ ສ.​ເກົາຫຼີ ທ່ານ Han Min – koo, ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ Hwang kyo – ahn ຜູ້​ຮັກສາ​ການ​ປະທານາທິບໍດີ ທັງ​​ເປັນ​ນາຍົກລັດຖະມົນຕີ ​ແລະ ທ່ານ Kim Kwan - jin ທີ່​ປຶກສາ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ