ສະພາເລືອກຕັ້ງແຫ່ງຊາດກວດກາວຽກງານກະກຽມການເລືອກຕັ້ງຢູ່ບາງທ້ອງຖິ່ນ

ສະພາເລືອກຕັ້ງແຫ່ງຊາດກວດກາວຽກງານກະກຽມການເລືອກຕັ້ງຢູ່ບາງທ້ອງຖິ່ນ - ảnh 1
ທ່ານ ເຈີນ​ກ໋ວກ​ເວື້ອງ, ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​​
ເຮັດ​ວຽກ​ກັບ​ແຂວງ ແທງ​ຮ໋​ວາ
(ພາບ​: TTXVN)


(vovworld) - ​​​​​ວັນ​ທີ 04/05, ຄະ​ນະ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ໂດຍ​ທ່ານ ຟ້າມ​ມິງ​ຈິ໋ງ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ​ກຳ​ມະ​ການ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ, ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ດຳ​ເນີນ​ການກວດ​ກາ​ຕິດ​ຕາມກວດ​ກາ​ວຽກ​ງານ​​ກະ​ກຽມ​ໃຫ້​ແກ່​ການເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2016 – 2021 ຢູ່​ແຂວງ​ວິ້ງ​ຟຸກ. ທ່ານ ຟ້າມ​ມິງ​ຈິ໋ງ ສະ​ເໜີ​ໃຫ້​ແຂວງ ປະ​ຕິ​ບັດ​ວຽກ​ງານ​ຊີ້​ນຳ, ນຳ​ພາ​ເ​ປັນ​ປະ​ຈຳ ແລະ ຕໍ່​ເນື​່ອງ​ເພື່ອ​ໃຫ້​ວຽກ​ງານ​ເລືອກ​ຕັ້ງ​ບັນ​ລຸ​ປະ​ສິດ​ທິ​ຜົນ. ບັນ​ດາ​ຜູ​້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​​ຕ້ອງໄດ້​ຮັບ​ການ​ຝຶກ​ອົບ​ຮົ​ມ ແລະ ກະ​ກຽມ​ທຸກ​ດ້ານ.. ​ວຽກ​ງານ​ໂຄ​ສະ​ນາ​ຕ້ອງ​ໄດ້​ຮັບ​ປະ​ກັນ​ຄວາມ​ຊັດ​ເຈນ, ພາ​ວະ​ວິ​ໄສ, ທັນ​ການ ແລະ ປະ​ຕິ​ບັດ​ຢ່າງ​ຕໍ່​ເນື່ອງ.

        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ ເຈີນ​ກ໋ວກ​ເວື້ອງ, ຫົວ​ໜ້າ​ຄະ​ນະ​ຄະ​ນະ​ກຳ​ມະ​ການ​ກວດ​ກາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ​ກຳ​ມະ​ການ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​​ໄດ້​ມີ​ການເຮັດ​ວຽກ​ກັບ​ແຂວງ ແທງ​ຮ໋​ວາ ກ​່ຽວ​ກັບ​​ການ​ຜັ​ນ​ຂະ​ຫຍາຍວຽກ​ງານ​ເລືອກ​ຕັ້ງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ ເຈີນ​ກ໋ວກ​ເວື້ອງ ສະ​ເໜີ​ໃຫ້​ແຂວງ​ແທງ​ຮ໋​ວາ ຕ​້ອງ​ກະ​ກຽມ​ທາງ​ດ້ານ​ວັດ​ຖ​ຸ​ຄື: ​ຫີບ​ປ່ອນ​ບັດ, ຕິດ​ປະ​ກາດ​ບັນ​ຊີ​ລາຍ​ຊື່​ຜູ້​ຮັບ​ສະ​ໝັກ​ເລືອກ​ຕັ້ງ, ວຽກ​ງານ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ສາ​ທາ​ລະ​ນະ​ສຸກ…, ເພື່​ອ​ກະ​ກຽ​ມ​ໃຫ້​ວັນ​ເລືອກ​ຕັ້ງ. ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​​ປ​ະ​ຕິ​ບັດ​ງານໄດ້​ໃສ່​ໃຈ​ແຂວງ​ແທງ​ຮ໋​ວາ ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ, ໂຄ​ສະ​ນາ, ຂົນ​ຂວາຍ​ວຽກ​ງານ​ເລືອກ​ຕັ້ງ​ຢູ່​ບັນ​ດາ​​ເມືອງ​ໃນເຂດ​ຊົ​ນ​ເຜົ່າ, ເຂດ​ມີ​ຊາວ​ຄຼິດ​ເປັນ​ຈຳ​ນວນ​ຫຼາຍ, ພ້ອມ​ທັງ​ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ຈັດ​ຕັ້ງ​ການ​ເລືອ​ກ​ຕັ້​ງ​ສຳ​ລັບ​ເຂດ​ທີ່​ມີ​ຊາວ​ປ​ະ​ມົງ​​ໄປ​ຫາ​ປາ​ຢູ່​ທະ​ເລ​​ເປັນ​ຈ​ຳ​ນວນ​ຫຼວງ​ຫຼາຍ.

ຂ່າວ/ບົດ​ອື່ນ