ສະພາແຫ່ງຊາດ ຫວຽດນາມ ແລະ ໄທ ເພີ່ມທະວີການຮ່ວມມື

ສະພາແຫ່ງຊາດ ຫວຽດນາມ ແລະ ໄທ ເພີ່ມທະວີການຮ່ວມມື - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລິວ
ຕ້ອນຮັບ​ຄະນະ​ຜູ້​ແທນ​ວຸດ​ທິສະພາ​ແຫ່ງ​ລາຊະ​ອານາຈັກ​ໄທ
(ພາບ: na.gov.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 12 ກັນຍາ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລິວ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ວຸດ​ທິສະພາ​ແຫ່ງ​ລາຊະ​ອານາຈັກ​ໄທ ​ໂດຍ​ທ່ານ​ຫົວໜ້າ​ທີ່​ປຶກສາ​ກົດໝາຍຂອງ​ປະທານ​ວຸດ​ທິສະພາ​ໄທ ສະໝັກ ​ເຈົ້າ​ວະ​ພາ​ນັນ ​ເປັນ​ຫົວໜ້າ​ຄະນະ ທີ່​ພວມ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການຕ້ອນຮັບ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ປາດ​ຖະໜາ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່ ຊຸກຍູ້​ບັນດາການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ອົງການ​ນິຕິບັນຍັດ ກໍ່​ຄື​ລະຫວ່າງ​ບັນດາ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ກວ່າ​ອີກ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດປາດ​ຖະໜາ​ວ່າ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດຂອງ​ສະພາ​ແຫ່ງ​ຊາດ​ໄທ ສືບ​ຕໍ່​ມີ​ສຽງ​ເວົ້າ​ດ້ານ​ການ​ເມືອງ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ອັນລະອຽດ ​ເພື່ອ​ສະໜັບສະໜູນ​ວົງ​ຄະນະ​ຍາດ​ຊາວ​ຫວຽ​ດນາມ ​ອາ​ໄສ​ຢູ່​ໄທ ແລະ ພໍ່​ແມ່​ພີ​ນ້ອງ​ໄທ ​ເຊື້ອ​ຊາດຫວຽດນາມ​ ຖານະ​ດ້ານ​ກົດໝາຍ​​ເປັນ​ປົກກະຕິ ​ແລະ ​ເຊື່ອມ​ຕົວເຂົ້າ​ກັບ​ສັງຄົມ​ໄທ.

ຂ່າວ/ບົດ​ອື່ນ