ສະພາແຫ່ງຊາດ ຫວຽດນາມຮັບຂອງຂວັນຈາກລັດຖະບານ ຈີນ

ສະພາແຫ່ງຊາດ ຫວຽດນາມຮັບຂອງຂວັນຈາກລັດຖະບານ ຈີນ - ảnh 1
​ພິທີ​ຕ້ອນຮັບ​ຂອງຂວັນ​ຈາກ​ລັດຖະບານ ຈີນ ມອບ​ໃຫ້​ສະພາ​ແຫ່ງ​ຊາດ ຫວຽດນາມ
(ພາບ: daibieunhandan.vn)


(vovworld) – ຕອນ​ບ່າຍ​ວັນ​ທີ 31/3, ຢູ່​ສຳນັກງານສະພາ​ແຫ່ງ​ຊາດ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ຂອງຂວັນ​ຈາກ​ລັດຖະບານ ຈີນ ທີ່​ມອບ​ໃຫ້​ສະພາ​ແຫ່ງ​ຊາດ ຫວຽດນາມ.

ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ແຮ້ງ​ຟຸກ, ຫົວໜ້າ ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ຂອງຂວັນ​ດ້ານ​ຈິດ​ໃຈ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ, ​ແມ່ນ​ແຫຼ່ງປຸກລະດົມ​ສຳລັບ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເວົ້າ​ລວມ ​ແລະ ບັນດາ​ພະນັກງານ, ລັດຖະກອນ ພາລະ​ກອນ ​ແລະ ຜູ້​ອອກ​ແຮງ​ງານ​ຂອງ​​ສະພາ​ແຫ່ງ​ຊາດ​ເວົ້າ​ສະ​ເພາະ. ຂອງຂວັນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ປະທານ ​ແລະ ລັດຖະບານ​ຈີນ ​ໃນ​ການ​ຊຸກຍູ້, ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ອົງການ​ນິຕິບັນຍັດ​ສອງ​ປະ​ເທດ.

ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຈີນ ປະຈຳ ຫວຽດນາມ ຂຸ​ງ​ແສວ​ຢຸງ ກໍ່​ຢືນຢັນ​ວ່າ ຂອງຂວັນ​ສະ​ແດງ​ໃຫ້​ເຫັນ ອາລົມ​ຈິດ​ມິດຕະພາບ ຂອງ​ລັດຖະບານ ຈີນ ກໍ່​ຄືຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ ຈີນ ທີ່​ສະຫງວນ​ໃຫ້​ລັດຖະບານ, ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ ຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ