ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ ບ້ວງ​ລາຍ​ຈ່າຍ​ແກ່​ພື້ນ​ຖານ​ໂຄງ​ລ່າງ ມີ​ມູນ​ຄ່າ 1.200 ​ຕື້ USD

(VOVWORLD) -ດ້ວຍຈຳນວນບັດເຫັນດີ 228 ບັດ ແລະ ບັດຄ້ານ 206 ບັດ, ວັນທີ 5 ພະຈິກ, ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາບ້ວງເງິນລົງທຶນແກ່ພື້ນຖານໂຄງລ່າງ ມີມູນຄ່າ 1.200 ຕື້ USD, ເຊິ່ງເປັນຂີດໝາຍແກ່ໄຊຊະນະອັນໃຫຍ່ຫຼວງສຳລັບທ່ານປະທານາທິບໍດີ Joe Biden ພາຍຫຼັງຊຸກຍູ້ແຜນການປ່ອຍງົບປະມານນີ້ມາຫຼາຍເດືອນ.
ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ ບ້ວງ​ລາຍ​ຈ່າຍ​ແກ່​ພື້ນ​ຖານ​ໂຄງ​ລ່າງ ມີ​ມູນ​ຄ່າ 1.200 ​ຕື້ USD - ảnh 1ກອງປະຊຸມສະພາແຫ່ງຊາດ ອາເມລິກາ  (ພາບ: AFP/TTXVN)

ບ້ວງງົບປະມານດັ່ງກ່າວ ຈະໄດ້ນຳໃຊ້ເຂົ້າໃນການຍົກລະດັບຄຸນນະພາບຂົວ, ຖະໜົນຫົນທາງ ແລະ ເສັ້ນທາງລົດໄຟຂອງປະເທດນີ້ ທີ່ຖືກເປເພມາແຕ່ດົນນານ, ກໍຄືເພີ່ມະທະວີຂະຫຍາຍເຄືອຂ່າຍ ອິນເຕີເນັດ. ນີ້ແມ່ນບ້ວງລາຍຈ່າຍແກ່ພື້ນຖານໂຄງລ່າງຫຼາຍທີ່ສຸດໃນປະຫວັດສາດຂອງ ອາເມລິກາ, ເຊິ່ງໄດ້ຮັບການຮັບຮອງເອົາຈາກ ສະພາສູງ ເມື່ອເດືອນ ສິງຫາຜ່ານມາ. ແຜນງົບປະມານດັ່ງກ່າວ ຈະໄດ້ຍື່ນໃຫ້ທ່ານປະທານາທິບໍດີ Joe Biden ເຊັນປະກາດໃຊ້.

        ບ້ວງງົບປະມານດັ່ງກ່າວ ພ້ອມດ້ວຍບ້ວງງົບປະມານອື່ນໆທີ່ນຳໃຊ້ເຂົ້າໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ສະຫວັດດີການສັງຄົມ ແມ່ນມາດຕະການສຳຄັນໃນໂຄງການດຳເນີນງານກ່ຽວກັບເສດຖະກິດຂອງທ່ານປະທານາທິບໍດີ Biden. ປັດຈຸບັນ, ບ້ວງລາຍຈ່າຍໃຫ້ແກ່ການຊ່ວຍໜູນສັງຄົມ ມີມູນຄ່າ 1.750 ຕື້ USD, ເຊິ່ງເປັນບ້ວງເງິນກ້ອນໃຫຍ່ທີ່ສຸດນັບແຕ່ຊຸມປີ 1960 ມາຮອດປັດຈຸບັນ ແລະ ພວມສືບຕໍ່ໄດ້ຮັບການປຶກສາຫາລື.

       

ຕອບກັບ

ຂ່າວ/ບົດ​ອື່ນ