ສະ​ພາ​ແຫ່ງ​ຊາດ ອ​າ​ເມ​ລິ​ກາ ຮັບ​ຮອງ​ເອົາ​ບ້ວງ​ເງິນ​ໜູນ​ຊ່ວຍ ໂຄວິດ - 19 ມີ​ມູນ​ຄ່າ 1.900 ຕື້ USD

(VOVWORLD) -   ວັນທີ 10 ມີນາ, ສະພາຕ່ຳ ອາເມລິກາ ໄດ້ປ່ອນບັດສຳລັບບ້ວງເງິນໜູນຊ່ວຍກ້ອນໃຫຍ່ໂດຍທ່ານປະທານາທິບໍດີ Joe Biden ສະເໜີ ດ້ວຍຈຳນວນບັດສະໜັບສະໜູນ 220 ບັດ ແລະ ບັດຄ້ານ 211 ບັດ. 
ສະ​ພາ​ແຫ່ງ​ຊາດ ອ​າ​ເມ​ລິ​ກາ ຮັບ​ຮອງ​ເອົາ​ບ້ວງ​ເງິນ​ໜູນ​ຊ່ວຍ ໂຄວິດ - 19 ມີ​ມູນ​ຄ່າ 1.900 ຕື້ USD - ảnh 1ສຳນັກງານສະພາແຫ່ງຊາດ ອາເມລິກາ ຢູ່ ວໍຊິງຕັນ (ພາບ: Stanford News)

ຄ້າຍຄືກັນກັບການປ່ອນບັດຢູ່ ສະພາສູງ ກ່ອນໜ້ານັ້ນ, ບໍ່ມີສະມາຊິກສະພາຕ່ຳຂອງພັກສາທາລະນະທ່ານໃດ ສະໜັບສະໜູນຕໍ່ຮ່າງກົດໝາຍສະບັບດັ່ງກ່າວ.

        ຮ່າງກົດໝາຍ ມີຊື່ວ່າ “ແຜນການກູ້ເອົາປະເທດ ອາເມລິກາ” ນີ້ ຈະໜູນຊ່ວຍປະຊາຊົນ ອາເມລິກາ ໂດຍກົງ ດ້ວຍ 1.400 USD, ຕໍ່ກຳນົດເວລາອອກເງິນອຸດໜູນວ່າງງານຂອງປະຊາຊົນນັບລ້ານໆຄົນ ແລະ ປ່ຽນແປງບາງຂໍ້ກຳນົດກ່ຽວກັບອາກອນ ເພື່ອແນໃສ່ໜູນຊ່ວຍບັນດາຄອບຄົວທີ່ມີເດັກນ້ອຍ. ຮ່າງກົດໝາຍດັ່ງກ່າວ ກໍແບ່ງຈຳນວນເງິນນັບສິບຕື້ໃຫ້ USD ແກ່ການວິໄຈຫາເຊື້ອໄວຣັດ ໂຄວິດ - 19, ຄົ້ນຫາປະຫວັດການໄປມາ ແລະ ການພັດທະນາວັກຊິນ ມຸ່ງໄປເຖິງເປົ້າໝາຍຂອງທ່ານປະທານາທິບໍດີ Joe Biden ນັ້ນແມ່ນຜະລິດວັກຊິນກັນພະຍາດໂຄວິດ - 19 ເພື່ອໃຫ້ປະຊາຊົນ ອາເມລິກາ ທຸກຄົນໄດ້ຮັບການສັກວັກຊິນຢ່າງພຽງພໍໃນທ້າຍເດືອນ ພຶດສະພາ. ນອກຈາກນັ້ນ, ງົບປະມານໃນຮ່າງກົດໝາຍດັ່ງກ່າວ ກໍຈະໄດ້ນຳໃຊ້ເພື່ອຊ່ວຍໃນການເປີດໂຮງຮຽນຄືນໃໝ່, ຊ່ວຍໃຫ້ບັນດາຮ້ານອາຫານ ແລະ ວິສາຫະກິດສືບຕໍ່ຮັກສາການເຄື່ອນໄຫວ ແລະ ຊ່ວຍເຫຼືອອຳນາດການປົກຄອງບັນດາລັດນ້ອຍ ແລະ ທ້ອງຖິ່ນ ທີ່ປະສົບກັບຄວາມຫຍຸ້ງຍາກກ່ຽວກັບແຫຼ່ງລາຍຮັບງົບປະມານ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ


 

ຕອບກັບ

ຂ່າວ/ບົດ​ອື່ນ