ສະພາແຫ່ງຊາດ ໄທ ເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່

(VOVWORLD) - ນີ້ແມ່ນຄວາມມານະພະຍາຍາມເທື່ອທີ 3 ຂອງສະພາແຫ່ງຊາດ ໄທ ແນໃສ່ເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່ ນັບແຕ່ພາຍຫຼັງການເລືອກຕັ້ງທົ່ວປະເທດກ່ອນນີ້ 3 ເດືອນ.
ສະພາແຫ່ງຊາດ ໄທ ເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່ - ảnh 1ຫໍສະພາແຫ່ງຊາດ ໄທ
(ພາບປະກອບ: Supanut Arunoprayote/thailandnews.co)

        ຕອນເຊົ້າວັນທີ 22 ສິງຫາ, ຢູ່ ບາງກອກ, ປະເທດ ໄທ, ສະພາແຫ່ງຊາດ ໄທ ໄດ້ຮຽກໂຮມດຳເນີນກອງປະຊຸມຮ່ວມຂອງສະພາຜູ້ແທນລາຊະດອນ ແລະ ສະພາສູງ ເພື່ອເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່. ນີ້ແມ່ນຄວາມມານະພະຍາຍາມເທື່ອທີ 3 ຂອງສະພາແຫ່ງຊາດ ໄທ ແນໃສ່ເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່ ນັບແຕ່ພາຍຫຼັງການເລືອກຕັ້ງທົ່ວປະເທດກ່ອນນີ້ 3 ເດືອນ. ຢູ່ເຂດອ້ອມຫໍສະພາແຫ່ງຊາດໄດ້ຮັບການຮັກສາຄວາມສະຫງົບປອດໄພຢ່າງເຄັ່ງຄັດ ດ້ວຍການຜັນຂະຫຍາຍຕຳຫຼວດຕ້ານການຈະລາຈົນນັບຮ້ອຍຄົນ.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 21 ສິງຫາ, ພັກເພື່ອໄທ ພ້ອມກັບ 10 ພັກອື່ນໆໄດ້ປະກາດສຳພັນທະມິດ ເພື່ອສ້າງຕັ້ງລັດຖະບານໃໝ່ ດ້ວຍຈຳນວນ 314/500 ທີ່ນັ່ງຢູ່ສະພາຜູ້ແທນລາຊະດອນ ແລະ ຢັ້ງຢືນທ່ານ ເສດຖາ ທະວີສິນ ຂຶ້ນກັບພັກເພື່ອ ໄທ ແມ່ນຜູ້ສະໝັກຮັບເລືອກຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີຂອງສຳພັນທະມິດ. ທ່ານປະທານສະພາແຫ່ງຊາດ ວັນມູຮະມັດນໍ ມະທາ ໃຫ້ຮູ້ວ່າ, ທີ່ກອງປະຊຸມຄັ້ງນີ້, ບັນດາສະມາຊິກລັດຖະສະພາ ແລະ ສະມາຊິກສະພາສູງ ຈະສະຫງວນເວລາ 5 ຊົ່ວໂມງເພື່ອປຶກສາຫາລືກ່ຽວກັບຜູ້ສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີ ກ່ອນທີ່ສະພາແຫ່ງຊາດປ່ອນບັດໃນເວລາ 15 ໂມງ 00 ນາທີໃນວັນດຽວກັນ. ທ່ານ ເສດຖາ ໄດ້ສະເໜີ ແລະ ຍົກອອກມາປ່ອນບັດພຽງແຕ່ເທື່ອໜຶ່ງເທົ່ານັ້ນ. ຖ້າບໍ່ໄດ້ຮັບບັດສະໜັບສະໜູນຢ່າງໜ້ອຍສຸດ 375 ບັດຈາກສະພາສູງ ແລະ ສະພາຜູ້ແທນລາຊະດອນ, ທ່ານ ເສດຖາ ຈະຕ້ອງປະໂອກາດໃຫ້ຜູ້ສະໝັກຮັບເລືອກຕັ້ງຄົນອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ