ສະພາແຫ່ງຊາດຮັບຟັງບົດລາຍງານກ່ຽວກັບຜົນແຫ່ງການປະຕິບັດແຜນງົບປະມານແຫ່ງລັດ2015

ສະພາແຫ່ງຊາດຮັບຟັງບົດລາຍງານກ່ຽວກັບຜົນແຫ່ງການປະຕິບັດແຜນງົບປະມານແຫ່ງລັດ2015 - ảnh 1

​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນທິກິມເງິນ
(ພາບ: ອິນເຕີແນດ)

(vovworld) - ​ຕອນ​ບ່າຍ​ວັນ​ທີ 20/10, ພາຍ​ໃຕ້​ການ​ເປັນ​ເຈົ້າພາບ​ຂອງ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນທິກິມເງິນ, ສະພາ​ແຫ່ງ​ຊາດ​ໄດ້​ປະຊຸມ​ວາລະ​ຄົບ​ຄະນະ​ຢູ່​ຫໍ​ປະຊຸມ, ຮັບ​ຟັງ​ໃບ​ສະ​ເໜີ ​ແລະ ບົດ​ລາຍ​ງານ​ຈຳນວນ​ໜຶ່ງ​ຂອງ​ສະມາຊິກ​ລັດຖະບານ, ບົດ​ລາຍ​ງານ​ຜົນ​ແຫ່ງ​ການ​ກວດກາ​ແຜນ​ງົບປະມານ​ແຫ່ງ​ລັດ ​ແລະ ວິທີ​ຈັດ​ແບ່ງ​ງົບປະມານ​ສູນ​ກາງ​ປີ 2016, ບົດ​ລາຍ​ງານ​ຕີ​ລາຄາ​ຜົນ​ແຫ່ງ​ການ​ປະຕິບັດ​ບັນດາ​​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ໄລຍະ 2011-2015, ສ້າງ, ສະ​ເໜີ​ແຜນ​ນະ​ໂຍບາຍ​ລົງທຶນ​ໃຫ້​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ໄລຍະ 2016-2020 ​ແລະ ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ຮັບ​ຟັງ​ໃບ​ສະ​ເໜີ, ບົດ​ລາຍ​ງານ​ກວດກາ​ກ່ຽວ​ກັບ​ວິທີ​ນຳ​ໃຊ້​ທະນາບັດ​ລັດຖະບານທີ່​ຍັງ​ເຫຼືອ​ຂອງ​ບັນດາ​ໂຄງການ​ບຸລະນະ, ຍົກ​ລະດັບ​ທາງ​ຫຼວງ 1A ​ແລະ ​ທາງ ​ໂຮ່ຈິ​ມິນ, ຕອນ​ຜ່ານ​ເຂດ​ໄຕ​ງວຽນ, ຮັບ​ຟັງ​ບົດ​ລາຍ​ງານ​ກວດກາ​ກ່ຽວ​ກັບ​ເລື່ອງ​ອະນຸຍາດ​ໃຫ້​ຈຳໜ່າຍ​ທະ​ນາ​ບັດ​ລັດຖະບານ​ອອກ​ຕະຫຼາດ​ທຶນ​ສາກົນ.

ຂ່າວ/ບົດ​ອື່ນ