ສະພາແຫ່ງຊາດຮັບຟັງໃບສະເໜີ ແລະ ບົດລາຍງານກວດກາຮ່າງກົດໝາຍວ່າດ້ວຍສິນໃນນ້ຳ (ສະບັບປັບປຸງ)

(VOVWORLD) - ໂດຍສືບຕໍ່ໂຄງການເຮັດວຽກຂອງກອງປະຊຸມສະໄໝສາມັນຄັ້ງທີ 3, ຕອນເຊົ້າວັນທີ 6 ມິຖຸນາ, ສະພາແຫ່ງຊາດໄດ້ຮັບຟັງໃບສະເໜີ ແລະ ບົດລາຍການກວດກາຮ່າງກົດໝາຍວ່າດ້ວຍສິນໃນນ້ຳ (ສະບັບປັບປຸງ). 
ສະພາແຫ່ງຊາດຮັບຟັງໃບສະເໜີ ແລະ ບົດລາຍງານກວດກາຮ່າງກົດໝາຍວ່າດ້ວຍສິນໃນນ້ຳ (ສະບັບປັບປຸງ) - ảnh 1 ທ່ານ ຟານຊວນຫວູ, ຫົວໜ້າກຳມາທິການວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມຂອງ ສະພາແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ

ຕາມໃບສະເໜີຂອງຮ່າງກົດໝາຍນີ້ແລ້ວ, ຈຸດໃໝ່ຂອງຮ່າງກົດໝາຍວ່າດ້ວຍສິນໃນນ້ຳ ຄັ້ງນີ້ ແມ່ນກຳນົດກ່ຽວກັບອົງການປະຊາຄົມ ຄຸ້ມຄອງການເຄື່ອນໄຫວສິນໃນນ້ຳ  ກຳນົດນີ້ເພື່ອແນໃສ່ສ້າງພື້ນຖານນິຕິກຳ ໃຫ້ແກ່ການເຂົ້າຮ່ວມຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງສິນໃນນ້ຳຂອງ ຊາວປະມົງ, ແມ່ນມາດຕະການຍົກສູງສະຕິຄວາມຮັບຜິດຊອບຂອງຊາວປະມົງ, ຫລູດຜ່ອນການເຄື່ອນໄຫວຂຸດຄົ້ນສິນໃນນ້ຳມີລັກສະນະທຳລາຍ ແລະ ຫຼີກລ້ຽງການປະທະກັນພາຍໃນ ແລະ ນອກວົງຄະນະຍາດ ແລະ ເໝາະສົມກັບຄວາມມຸ່ງມາດປາດຖະໜາຂອງປະຊາຄົມ.  ທ່ານ ຟານຊວນຫວູ, ຫົວໜ້າກຳມາທິການວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມຂອງ ສະພາແຫ່ງຊາດ ຟານຊວນຫວູ, ໃຫ້ຮູ້ວ່າ:

“ກຳມາທິການວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມ ເຫັນດີເລື່ອງປ່ຽນໃໝ່ໃນການສະໜອງໃບອະນຸຍາດໃຫ້ຂຸດຄົ້ນສິນໃນນ້ຳ ແລະ ເຫັນດີຂຸດຄົ້ນສິນໃນນ້້ຳຕ້ອງໄດ້ຮັບການຄຸ້ມຄອງດ້ວຍໂກຕາ ເພື່ອປົກປ້ອງ ແລະ ຟື້ນຟູແຫຼ່ງສິນໃນນ້ຳເໝາະສົມ ແລະ ຍືນຍົງ. ເວລາກຳນົດຂອງໃບອະນຸຍາດແມ່ນ 60 ເດືອນ ຄືຂໍ້ກຳນົດໃນຮ່າງກົດໝາຍແມ່ນເໝາະສົມກັບໄລຍະສຳຫຼວດ, ຕີລາຄາ ແລະ ປະກາດປະລິມານແຫຼ່ງສິນໃນນ້ຳ.”

ຕອບກັບ

ຂ່າວ/ບົດ​ອື່ນ