ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບແຜນການການເງິນ5ປີ

ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບແຜນການການເງິນ5ປີ - ảnh 1
​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາກ​ຊຸດ​ທີ 14
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 09/11, ດ້ວຍ​ຈຳນວນ​ຄະ​ແນນ​ສຽງ​ເຫັນ​ດີ​​ເປັນ​ສ່ວນ​ຫລາຍ ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ແຜນການ​ການ​ເງິນ 5 ປີ​ຈະ​ມາ​ເຖິງ​ແມ່ນຮັ​ດ​​ແໜ້ນກົດ​ລະບຽບ​ຂໍ້​ບັງຄັບ, ລະບຽບ​ວິ​ໄນ​ການ​ເງິນ​ໄປ​ຄຽງ​ຄູ່​ກັບການ ​ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານບໍລິຫານ; ຫລຸດຜ່ອນ​ຢ່າງ​ແຮ​ງ ​ແລະ ຄວບ​ຄຸມລາຍ​ຈ່າຍ​ງົບປະມານ​​ເກີນ​ດຸນ, ໜີ້​ສາທາລະນະ, ໜີ້​ຕ່າງ​ປະ​ເທດ, ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ ​ແລະ ຄວາມ​ປອດ​ໄພ​ດ້ານ​ການ​ເງິ​ນ​ແຫ່ງ​ຊາດ​ເປັນ​ປົກກະຕິ. ບັນດາ​ຕົວ​​ເລກ​ຄາດໝາຍ​ລະອຽດ​ຂອງ​ແຜນການ​ການ​ເງິນ 5 ປີ​ຈະ​ມາ​ເຖິງ ​ແມ່ນ​ສູ້​ຊົນ​ໃຫ້​ຍອດ​ລາຍ​ຮັບ​ງົບປະມານ​ແຫ່ງ​ລັດ​ໄລຍະ 2016 – 2020 ບັນລຸ​ປະມານ​ກ່ວາ 6.800 ຕື້​ດົ່ງ ​ເພີ່ມ​ຂຶ້ນ​ປະມານ 1,65 ​​ເທົ່າເມື່ອ​ທຽບ​ໃສ່​​ໄລຍະ 5 ປີ​ກ່ອນ. ສ້າງ​ໂຄງ​ປະກອບ​ລາຍ​ຈ່າຍ​ງົບປະມານ​ຕາມ​ທິດ​ຕັ້ງໜ້າ​ເທື່ອ​ລະ​ກ້າວ, ​ໃນ​ນັ້ນ ​ເພີ່ມອັດຕາ​ສ່ວນ​ລາຍ​ຈ່າຍ​ການ​ລົງທຶນ​ພັດທະນາ​​ສະ​ເລ່ຍກວມປະມານ 25 – 26% ​ໃນ​ຍອດ​ຈຳນວນ​ລາຍ​ຈ່າຍງົບປະມານ​ແຫ່ງ​ລັດ; ຫລຸດ​ຜ່ອນອັດຕາ​ສ່ວນລາຍ​ຈ່າ​ຍ​ເປັນປະຈຳ​ລົງ​ຕ່ຳ​ກ່ວາ 64% ​ໃນ​ຍອດ​ຈຳນວນ​ລາຍ​ຈ່າຍ​ງົບປະມານ​ແຫ່ງ​ລັດ.

        ກ່ຽວ​ກັບ​ມາດ​ຕະການ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໜີ້​ສາທາລະນະ, ມະຕິ​ຊີ້​ແຈ້ງວ່າ: ຄວບ​ຄຸມ​ຢ່າງ​ແໜ້ນ​ແຟ້ນບັນດາ​ລາຍ​ຈ່າຍ​ໜີ້​ສາທາລະນະ​​ໃນ​ເວລາ​ກຳນົດ; ຈຳກັດການ ຮັບປະກັນຂອງ​ລັດຖະບານ​ຢ່າງ​ສູງ​ສຸດ​ໃຫ້​ບັນດາ​ບ້ວງ​ເງິນ​ກູ້​ຢືມ​ໃໝ່; ຄວບ​ຄຸມ​ຢ່າງ​ແໜ້ນ​ແຟ້ນລາຍ​ຈ່າ​ຍງົບປະມານ​ແຫ່ງ​ລັດ​ເກີນ​ດຸນ ​ແລະ ໜີ້​ຂອງ​ທ້ອງ​ຖິ່ນ; ຈັດ​ແບ່ງ​ແຫຼ່ງ​ເງິນ​ຮັບປະກັນການ​ໃຊ້​ໜີ້​​ໃຫ້​ຄົບ​ຖ້ວນ, ຖືກ​ກຳນົດ​ເວລາ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ເຮັດ​ວຽກ​ຕາມ​ໜ່ວຍ, ປຶກສາ​ຫາລື​ຮ່າງ​ກົດໝາຍ​ວ່າ​ດ້ວຍ​​ແຜນຜັງ, ກົດໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະ​ໜາດ​ກາງ ​ແລະ ນ້ອຍ.

 

ຂ່າວ/ບົດ​ອື່ນ