ສະມາຄົມນັກສຶກສາ ຫວຽດນາມ ຢູ່ ຝະລັ່ງ ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 7

ສະມາຄົມນັກສຶກສາ ຫວຽດນາມ ຢູ່ ຝະລັ່ງ ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 7 - ảnh 1
ສະມາຄົມນັກສຶກສາ ຫວຽດນາມ ຢູ່ ຝະລັ່ງ
ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 7
(ພາບ​ອິນ​ເຕີ​ແນັດ)

(vovworld) - ວັນ​ທີ 15/04, ທີ່​ສຳ​ນັກ​ງາ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຝະ​ລັ່ງ, ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ຝະ​ລັ່ງ (UEVF) ຈັດ​ຕັ້ງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ຄັ້ງ​ທີ 7.ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ຫງວຽນ​ງ້ອກ​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຝະ​ລັ່ງ ໄດ້​ຫວນ​ຄືນ​ໄລ​ຍະ​ທາງ​ແຫ່ງ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ຂອງ UEVF ໃນ 13 ປີ​ຜ່ານ​ມາ, ຕາມນັ້ນ​ແລ້ວ ນັບ​ແຕ່​ວັນ​ໄດ້​ຮັບ​ການ​ສ້າງ​ຕັ້ງ (26/04/2004), UEVF ຂະ​ຫຍາຍ​ໄດ້ເຕີບ​ໂຕ​ຢ່າງບໍ່​ຢຸດຢັ້ງ, ເປີດ​ກ້​ວາງ​ຕາ​ໜ່າງ​ຢູ່​ຫລາຍ​ນະ​ຄອນ, ກາຍ​ເປັນ​ສະ​ຖານ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ນັກ​ຮຽນ, ນັກ​ສຶກ​ສາ ຫວຽດ​ນາມ ເມື່ອ​ມາ​ຮ່ຳ​ຮຽນຢູ່ ຝະ​ລັ່ງ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ງ້ອກ​ເຊີນ ສະ​ເໜີ​ບັນ​ດາ​ເພື່ອນ​ໜຸ່ມ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​​ຜົນ​ງານ​ທີ່​ບັນ​ລຸ​ໄດ້, ເຂົ້າ​ຮ່ວມ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວຂອງ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຢ່າງ​ຕັ້ງ​ໜ້າ, ເພີ່ມ​ທະ​ວີ​ການ​ຜູກ​ພັນ​ລະ​ຫວ່າງ​ຄະ​ນະ​ຊີ້​ນຳ​ນຳ​ພາ​ຢູ່ Paris ກັບ​ບັນ​ດາ​ສາ​ຂາ​ຢູ່​ທ້ອງ​ຖິ່ນ.


ຕອບກັບ

ຂ່າວ/ບົດ​ອື່ນ