ສະມາຊິກສະພາແຫ່ງຊາດ ກ່າວປະນາມເລື່ອງກຳປັ່ນຈີນ ຕຳກຳປັ່ນຫາປາ ຂອງຊາວປະມົງຫວຽດນາມ ໃຫ້ຈົມນ້ຳ

ສະມາຊິກສະພາແຫ່ງຊາດ ກ່າວປະນາມເລື່ອງກຳປັ່ນຈີນ ຕຳກຳປັ່ນຫາປາ ຂອງຊາວປະມົງຫວຽດນາມ ໃຫ້ຈົມນ້ຳ - ảnh 1
(ພາບ: VTC)


(vovworld) – ຢູ່​ນອກ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸ​ທີ 13, ບັນດາ​ສະມາຊິກ​ສະພາ​ແຫ່​ງຊາດ ຖື​ວ່າ ​ເລື່ອງ​ກຳ​ປັ່ນຂອງ​ຈີນ ຕຳ​ກຳ​ປັ່ນ​ຂອງ​ຊາວ​ປະມົງ​ທີ່​ພວມ​ເຄື່ອນ​ໄຫວ​ບົນ​ທະ​ເລ​ທີ່​ເປັນ​ມູນ​ເຊື້ອຂອງຫວຽດນາມ ໃຫ້​ຈົມ​ນ້ຳ ​ແມ່ນ​ການ​ກະທຳ​ທີ່​ຮ້າຍ​ແຮງ​ ພິ​ເສດ, ນາບ​ຂູ່​ເຖິງ​ຊີວິດອີນຊີ ​ແລະ ຊັບ​ຊົມ​ບັດ​ຂອງ​ຊາວ​ປະມົງ, ຝ່າຍ​ຈີນ ຕ້ອງຊົດ​ເຊີຍ​ໃຫ້​ຊາວ​ປະມົງ​ຫວຽດນາມ. ທ່ານ ຫງວຽນ​ວັນ​ຮ໋ຽນ, ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ບ່າ​ເຣືຍ - ວຸງ​ເຕົ່າ ຖື​ວ່າ.

        “ສິ່ງ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ການ​ກະທຳ​ຂອງ​ຈີນ ​​ໄດ້​ລະ​ເມີດ​ອະທິ​ປະ​​ໄຕ, ສິດ​ອະທິປະ​ໄຕ, ສິດ​ອຳນາດ​ສານ​ບົນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ພ້ອມ​ທັງ​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ເຖິງຊັບ​ສົມບັດ, ​ຊີວິດອີນຊີຊອງ​ຊາວ​ປະມົງ. ກ່ຽວ​ກັບຫຼັກການ​ແມ່ນ ກໍ່​ຄວາມ​ເສຍ​ຫາຍ​ຕ້ອງ​ຊົດ​ເຊີຍ”.

        ​ສະມາຊິກ​ສະພາ​ແຫ່ງ​ຊາດ​ກໍ່ເນັ້ນ​ໜັກວ່າ, ​ໃນ​ໄລຍະ​ປະຈຸ​ບັນ, ຊາວ​ປະມົງ​ແມ່ນ​ຜູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ຢ່າງມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ, ບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ບັນດາ​ຂະ​ແໜງ​ການ​ທີ່ກ່ຽວຂ້ອງ ຕ້ອງ​ສຸມ​ໃສ່​ແຫຼ່ງກຳລັງ​ລົງທຶນ​ເພື່ອ​ຊ່ວຍ​ຊາວ​ປະມົງ​ອຸ່ນອ່ຽງ​ໃຈ​ຕິດ​ພັນ​ກັບ​ທະ​ເລ, ທັງ​ພັດທະນາ​ເສດຖະກິດ, ທັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​​ເຂດ​ທະ​ເລ, ໝູ່​ເກາະ.

ຂ່າວ/ບົດ​ອື່ນ