ສະມາຊິກສະພາແຫ່ງຊາດປະເທດຕ່າງໆຕີລາຄາສູງບັນດາຜົນງານໃນການຮັກສາສຸຂະພາບແມ່ຍິງ,ເດັກນ້ອຍຂອງຫວຽດນາມ

ສະມາຊິກສະພາແຫ່ງຊາດປະເທດຕ່າງໆຕີລາຄາສູງບັນດາຜົນງານໃນການຮັກສາສຸຂະພາບແມ່ຍິງ,ເດັກນ້ອຍຂອງຫວຽດນາມ - ảnh 1
ພາບ​ປະ​ກອບ​ຈາກ​ອີນ​ເຕີ​ເນັດ

 ​(vovworld) - ວັນ​ທີ 31/3, ທີ່​ວາ​ລ​ະ​ປຶກ​ສາ​ຫາ​ລື “ສິດ​ພື້ນ​ຖານ​ກ່ຽວ​ກັບ​ການ​​ຊົມ​ໃຊ້​ບໍ​ລິ​ການ​ການ​ແພດ: ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ການ​ແກ້​ໄຂ​ບັນ​ດາ​ການ​ທ້າ​ທາຍ​ສຳ​ຄັນ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ສຸ​ຂະ​ພາບ​ຂອງ​ແມ່​ຍິງ ແລະ ເດັກ​ນ້ອຍ”, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​​ໄດ້​ເລັ່ງ​ໃສ່​ ​ບັນ​ດາ​ການ​ທ້າ​ທາຍ ແລະ ຍົກ​ອອກ​ມາ​ບັນ​ດາ​ຕົວ​ຢ່າງ​ລະ​ອຽດ​ຈ​າກ​ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ທົ່ວ​ໂລ​ກ​ກ່ຽວ​ກັບ​ບັນ​ຫາ​ສະ​ໜອງ​​ບໍ​ລິ​ຫານ​ສາ​ທາ​ລະ​ນະ​ສ​ຸກ, ເພື່ອ​ແນ​ໃສ່​ຮັບ​ປະ​ກ​ັນ​ສຸ​ຂະ​ພາບຂອງ​ແມ່​ຍິງ ແລະ ເດັກ​ນ້ອຍ, ​ຂໍ​້​ສະ​ເໜີ​ແນ​ະ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ແມ່​ຍິງ ແລະ ເດັກ​ນ້ອຍ​ໃນ​ໄລ​ຍະຫຼັງ​ປີ 2015.

        ທີ່​ເວ​ທີ​ປາ​ໄສ​ຄັ້ງ​ນີ້, ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໄດ້​ແນະ​ນຳ​ບັນ​ດາ​ຜົນ​ງານ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ຂອງ ສ​ປ​ຊ ໃນ​ຂົງ​ເຂດ​ສົ່ງ​ເສີມ​ສຸ​ຂະ​ພາບ​ຂອງ​ແມ່​ຍິງ, ເ​ດັກ​ນ້ອຍ… ເມື່ອ​ເວົ້າ​ເຖິງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຮັກ​ສາ​ເບິ່ງ​ແຍງ​ສຸ​ຂະ​ພາບ ແມ່ ແລະ ເດັກ, ທ່ານ​ນາງ ເຈືອງ​ທິ​ໄມ, ​ຫົວ​ໜ້າ​ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມ​ຂອງ ສະ​ພາ​ແຫ່ງ​ຊາດ, ໃຫ້​ຮູ້​ວ່າ:

        “ສຳ​ລັບ ຫວຽດ​ນາມ ແລ້ວ, ຕີ​ລາ​ຄາ​ຄືນ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ກ່ຽວ​ກັບ​ຂົງ​ເຂດນີ້​ພວກ​ເຮົາ​ໄດ້​ປະ​ຕິ​ບັດ​ສຳ​ເລັດ ແລະ ໃນ​ພາກ​ພື້ນ, ຫວຽດ​ນາມ ກໍ່​ແມ່ນ​ໜຶ່ງ​ໃນ​ບາງ​ປະ​ເທດ​ນຳ​ໜ້າ​ໃນ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ກ່ຽວ​ກັບ​ການ​​ຮັກ​ສາ​ເບິ່ງ​ແຍງ​ສຸ​ຂະ​ພາບ​ຂອງ​ແມ່ ແລະ ເດັກ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເພື່ອ​ບັນ​ລ​ຸ​ໄດ້​ຄາດ​ໝາຍ​ຢ່າງ​ໝັ້ນ​ຄົງ​ຫຼັງ​ປີ 2015 ສຳ​ລັບ​ວຽກ​ງານນີ້ ຫວຽດ​ນາມ ຕ້ອ​ງ​ມາ​ນະ​ພະ​ຍາ​ຍາມຫຼາຍ​ກ່​ວາ​ອີກ, ພິ​ເສດ​ສຳ​ລັບ​ແມ່​ຍິງ ແລ​ະ ເດັກ​ນ້ອຍ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫຼີກ, ເຂດ​ຊົນ​ນະ​ບົດ, ເຂດ​ຊົ​ນ​ເຜົ່າ​ສ່​ວນ​ໜ້ອຍ.

        ທ່ານ​ນາງ Hon. Rosaline J. Smith, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ Sierra Leone ຕີ​ລາ​ຄ​າ​ວ່າ:

        “ຫວຽດ​ນາມ ປະ​ຕິ​ບັດ​ວຽກ​ງານ​ຄວາມ​ສ​ະ​ເໝີ​ພາບ​ລະ​ຫວ່າງ ຍິງ -ຊາຍ​ເປັນ​ຢ່າງ​ດີ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ປະ​ຈຸ​ບັນ ມີ​ແມ່​ຍິງ ຫວຽດ​ນາມ ຫຼາຍ​ຄົນ​ພວມ​​ດຳ​ລົງ​ບັນ​ດາ​ຕຳ​ແໜ່​ງ​ສູງ​ໃນ​ສະ​ພາ​ແຫ່ງ​ຊາດ. ຂ້າ​ພະ​ເຈົ້າ​ຖື​ວ່າ ຫວຽດ​ນາມ ພວມ​​ກ້າວ​ເດີນ​ຢ່າງຖືກ​ທິດ ແລະ ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ສະ​ຫັດ​ສະ​ວັດ​ໂດຍ​ໄວ.”

        ສ່ວນ​ທ່ານ​ນາງ Ellen Prins, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ອາບ​ຟ​ຣີ​ກາ​ໃຕ້ ຖື​ວ່າ:

        “ຢູ່ ອາບ​ຟ​ຣີ​ກາ ໃຕ້, ພວກ​ຂ້າ​ພະ​ເຈົ້າ​ປະ​ຕິ​ບັດຫຼາຍ​ນະ​ໂຍ​ບາຍ​​ຮັກ​ສາ​ເບິ່ງ​ແຍງ​ສຸ​ຂະ​ພາບ​ຂ​ອງ​ແມ່​ຍິງ, ເດັກ​ນ້ອຍ, ພິ​ເສດ​ແມ່ນ​ບັນ​ດາ​ຜູ້​ຕິດ HIV/AIDS. ພວ​ກ​ຂ້າ​ພະ​ເຈ​ົ້າ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ປ້ອງ​ກັນ, ສະ​ກັດ​ກັ້ນ​ການ​ຕິດ​ເຊື້ອ HIV ດ້ວຍ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເມື່ອ​ມານີ້, ຜ່ານ​ບັນ​ດາ​ເວ​ທີ​ປາ​ໄສ ແລະ ກອງ​ປະ​ຊຸມ​ຄື​ແນວນີ້, ຂ້າ​ພະ​ເຈົ້າ​ຄິດ​ວ່າ ອາບ​ຟ​ຣີ​ກາ​ໃຕ້ ອາດ​ຈະ​ຖອດ​ຖອ​ນ​ໄດ້ຫຼາຍ​ບົດ​ຮຽນຈາກ​ຄວາມ​ກ້າວ​ໜ້າ ແລະ​ຜົນ​ງານ​ຂອງ ຫວຽດ​ນາມ.”


ຂ່າວ/ບົດ​ອື່ນ