ສະຫະປະຊາຊາດ ຮຽກຮ້ອງຍົກເລີກບັນດາມາດຕະການປິດລ້ອມເຂດ Gaza

(VOVWORLD) - ວັນທີ 30 ສິງຫາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຮຽກຮ້ອງໃຫ້ຍົກເລີກບັນດາມາດຕະການປິດລ້ອມເຂດ Gaza ເມື່ອຖືກຖືວ່າ:
ສະຫະປະຊາຊາດ ຮຽກຮ້ອງຍົກເລີກບັນດາມາດຕະການປິດລ້ອມເຂດ Gaza - ảnh 1ຄອບຄົວຢູ່ເຂດ Gaza ( ພາບ: EPA/TTXVN)

ເຂດນີ້ ພວມຜ່ານຜ່າ “ໜຶ່ງໃນບັນດາວິກິດການດ້ານມະນຸດສະທຳຢ່າງຊົ່ວຮ້າຍທີ່ສຸດ” ຊຶ່ງທ່ານເຄີຍໄດ້ເຫັນປະຈັກຕາ.  ຄຳຮຽກຮ້ອງໄດ້ຍົກອອກ ເມື່ອທ່ານ Antonio Guterres ກະກຽມສິ້ນສຸດການຢ້ຽມຢາມ ອິດສະລາແອັນ ແລະ ບັນດາເຂດແຄ້ວນຂຶ້ນກັບ ປາແລັດສະຕິນ ທີ່ແກ່ຍາວເປັນເວລາ 3 ວັນ. ທີ່ເຂດ Gaza, ເຂດແຄ້ວນຂຶ້ນກັບ ປາແລັດສະຕິນ ໂດຍຂະບວນການອິດສະລາມ Hamas ຄຸ້ມຄອງ, ທ່ານ Guterres ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການມະນຸດສະທຳຢູ່ເຂດແຄ້ວນທີ່ມີພົນລະເມືອງດຳລົງຊີວິດຢ່າງໜາແໜ້ນ ແລະ ທຸກຍາກອຶດຫິວ ປະຈຸບັນພັດຖືກຕົກເຂົ້າສູ່ສະພາບຂາດໄຟຟ້າ ແລະ ນ້ຳສະອາດຢ່າງຮ້າຍແຮງ. ທ່ານ Guterres ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຢຸດຕິບັນດາຄຳສັ່ງປິດລ້ອມເຂດ, ໃນນັ້ນ ລວມມີຄຳສັ່ງປິດລ້ອມເຂດ Gaza ຊຶ່ງອຳນາດການປົກຄອງ ອິດສະລາແອັນ ນຳໃຊ້ນັບແຕ່ຫລາຍປີມານີ້ ກໍ່ຄືເລື່ອງປິດປະຕູບັນດາສະຖານທີ່ເກືອບທັງໝົດຢູ່ຊາຍແດນລະຫວ່າງ Gaza ແລະ ອີຢິບ.

ຕອບກັບ

ຂ່າວ/ບົດ​ອື່ນ