ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ເບີກ​ຈ່າຍ​ເງິນກວ່າ 113 ຕື້​ດົ່ງ ເພື່ອໜູນ​ຊ່ວຍ​ຊາວ​ຜູ້​ອອກ​ແຮງ​ງານທີ່​ຖືກ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ໂຄວິດ - 19 ຮອບ​ທີ 4

(VOVWORLD) -ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຕົກລົງໃຫ້ການໜູນຊ່ວຍໂດຍດ່ວນໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວຜູ້ອອກແຮງງານກວ່າ 193.000 ຄົນ ທີ່ພວມຖືກຜົນກະທົບຈາກໂລກລະບາດ ດ້ວຍຈຳນວນເງິນກວ່າ 96 ຕື້ ດົ່ງ.
ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ເບີກ​ຈ່າຍ​ເງິນກວ່າ 113 ຕື້​ດົ່ງ ເພື່ອໜູນ​ຊ່ວຍ​ຊາວ​ຜູ້​ອອກ​ແຮງ​ງານທີ່​ຖືກ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ໂຄວິດ - 19 ຮອບ​ທີ 4 - ảnh 1ທ່ານນາງ ເຈິ່ນທິຢ້ຽວຖຸ໊ຍ ປະທານສະຫະພັນແຮງງານນະຄອນ ໂຮ່ຈີມິນ ມອບເງິນໜູນຊ່ວຍຈຳນວນເງິນ 1 ຕື້ດົ່ງ ແກ່ກອງທຶນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ນະຄອນ ໂຮ່ຈີມິນ  (ພາບ: congdoan.vn)

  ຕໍ່ໜ້າຜົນກະທົບຢ່າງໃຫຍ່ຫຼວງຈາກການແຜ່ລະບາດຂອງໂລກລະບາດໂຄວິດ - 19 ຮອບທີ 4, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຕົກລົງໃຫ້ການໜູນຊ່ວຍໂດຍດ່ວນໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວຜູ້ອອກແຮງງານກວ່າ 193.000 ຄົນ ທີ່ພວມຖືກຜົນກະທົບຈາກໂລກລະບາດ ດ້ວຍຈຳນວນເງິນກວ່າ 96 ຕື້ ດົ່ງ, ເບີກຈ່າຍກວ່າ 17 ຕື້ດົ່ງ ເພື່ອຊ່ວຍໜູນບັນດາກຳລັງປະຕິບັດໜ້າທີ່ຕ້ານໂລກລະບາດຢູ່ແນວໜ້າ.

ກ່ອນໜ້ານັ້ນ, ໃນການແຜ່ລະບາດໂຄວິດ - 19 ຮອບທີ 3 ມີສະມາຊິກຊາວໜຸ່ມ, ຊາວຜູ້ອອກແຮງງານກວ່າ 255.000 ຄົນ ໄດ້ຮັບການຊ່ວຍໜູນ ດ້ວຍຈຳນວນເງິນກວ່າ 176 ຕື້ດົ່ງ.  

ຕອບກັບ

ຂ່າວ/ບົດ​ອື່ນ