(vovworld) – ວັນທີ 22/2, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ຄະນະບໍລິຫານງານສະຫະສະມາຄົມບັນດາວິສາຫະກິດ ຫວຽດນາມ ຢູ່ ສະຫະພັນ ລັດເຊຍ (VBA) ໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານຂອງສະຫະສະມາຄົມໃນປີຜ່ານມາປະກອບຄຳເຫັນໃສ່ບົດສະຫລຸບ, ປຶກສາຫາລືບັນດາບັນຫາກ່ຽວຂ້ອງ ແລະ ວາງອອກທິດທາງການເຄື່ອນໄຫວບຸລິມະສິດໃນປີ 2014.
ເມື່ອເຂົ້າຮ່ວມກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ຟ້າມຊວນເຊີນ ໄດ້ຕີລາຄາສູງການສົມທົບກັນເຄື່ອນໄຫວຂອງບັນດາຄະນະ, ຂະແໜງການກ່ຽວຂ້ອງຂອງສະຫະສະມາຄົມໃນປີຜ່ານມາ, ສ້າງບັນດາບາດກ້າວພັດທະນາໃໝ່ເມື່ອທຽບໃສ່ປີກ່ອນ ແລະ ຢັ້ງຢືນອົງການຕາງໜ້າການທູດຍາມໃດກໍ່ຮຽງບ່າຮຽງໄຫຼ່ກັບສະຫະສະມາຄົມ.