ສະເຫຼີມສະຫຼອງ 20 ປີ ກຸ່ມປູຊະນີ ຍະສະຖານເຫວ໋ ໄດ້ຮັບການຮັບຮອງ ເປັນມໍລະດົກວັດທະນະທຳໂລກ

ສະເຫຼີມສະຫຼອງ 20 ປີ ກຸ່ມປູຊະນີ ຍະສະຖານເຫວ໋ ໄດ້ຮັບການຮັບຮອງ ເປັນມໍລະດົກວັດທະນະທຳໂລກ - ảnh 1
(ພາບປະກອບ)
(vovworld) – ຕອນ​ເຊົ້າ​ວັນ​ທີ 22/9, ​ແຂວງ​ເທື່ອ​ທຽນ​​ເຫວ໋ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ກຸ່ມ​ປູຊະນີຍະສະຖານ​ເຫວ໋ ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ວ່າ​ແມ່ນ​ມໍລະດົກ​ວັດທະນະທຳ​​ໂລກ; 10 ປີ ​ແຫ່ງ​ດົນຕີ​ໃນ​ພະລາດ​ຊະ​ວັງ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ວ່າ ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ທີ່​ເປັນ​ຕົວ​ແທນ​ຂອງ​ມວນ​ມະນຸດ. ກ່າວ​ຄວາມ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຝຸກ, ​ເນັ້ນ​ໜັກ​ວ່າ:

ພາລະກິດ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ມໍລະດົກ​ເຫວ໋ ຄວນ​ໄດ້​ຮັບ​ການ​ຍູ້​ແຮງ​ກວ່າ​ອີກ ບົນ​ພື້ນຖານ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ 20 ປີ​ທີ່​ຜ່ານ​ມາ. ​ເພື່ອ​ແນ​ໃສ່​ປະຕິບັດ​ຈຸດໝາຍ​ໜ້າ​ທີ່​ທີ່​ໄດ້​ວາງ​ອອກ​ໃນ​ແຜນ​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ກຸງ​ເກົ່າ​ເຫວ໋ ​ໄລຍະ 2010-2020 ​ເຊິ່ງທ່ານ​ນາຍົກລັດຖະມົນຕີ​ໄດ້​ເຊັນ​ອະນຸມັດ. ຄຽງ​ຂ້າງ​ນັ້ນ​ຄວນ​ວາງ​ແຜນການ​ຄຸ້ມ​ຄອງ​ສັງ​ລວມສຳລັບ​ເຂດ​ມໍລະດົກ​ເຫວ໋ ​ໃຫ້​ເໝາະ​ສົມ​ກັບ​ແຜນ​ສັງ​ລວມຂອງ​ທ້ອງ​ຖີ່​ນ, ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ຢ່າງ​ກົມກຽວ ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ຢ່າງ​ໝັ້ນຄົງ“.

 

ຂ່າວ/ບົດ​ອື່ນ