ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກຳລັງ ປະກອບອາວຸດມາເລເຊຍ

ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກຳລັງ ປະກອບອາວຸດມາເລເຊຍ - ảnh 1
(ພາບປະກອບ)

(vovworld) - ຕອນ​ຄໍ່າວັນ​ທີ 23 ກັນຍາ, ສະຖານທູດ​ມາ​ເລ​ເຊຍ ປະຈຳ​ຮ່າ​ໂນ້ຍ ​ໄດ້​ຈັດ​ງານ​ລ້ຽງ ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກຳລັງ​ປະກອບ​ອາວຸດ​ມາ​ເລ​ເຊຍ​. ພົນ​ໂທ ​ເຈືອງ​ກວາງ​ແຄ໋ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ. ທີ່​ງານ​ລ້ຽງ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ມາ​ເລ​ເຊຍ ປະຈຳ​ຫວຽດນາມ Azmil Mohd Zabidi ຊີ້​ແຈ້ງວ່າ, ​ນັບ​ແຕ່​ເມື່ອ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນມາ​ຮອດ​ປະຈຸ​ບັນ, ກຳລັງ​ປະກອບ​ອາວຸດ​ມາ​ເລ​ເຊຍ ​ໄດ້​ພັດທະນາ ​ແລະ ​ເຕີບ​​ໃຫຍ່ຢ່າງ​ບໍ່​ຢຸດ​ຢັ້ງ, ແມ່ນ​ໜຶ່ງ​ໃນບັນດາ​ກຳລັງ​ຫຼັກ​ແຫຼ່ງທີ່​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ສັນຕິພາບ ​ແລະ ສະຖຽນ​ລະ​ພາບຂອງ​ປະ​ເທດ​ຊາດ.

    ໃນ​ໄລຍະຫວ່າ 40 ປີຜ່ານມາ, ການ​ພົວພັນ​ລະຫວ່າງ​ມາ​ເລ​ເຊຍ ​ແລະ ຫວຽດນາມ ບັນລຸ​ໄດ້​ບັນດາ​ບາດກ້າວບຸກທະລຸ​​ໃນ​ຫຼາຍ​ຂົງ​ເຂດ, ​ໂດຍ​ສະ​​ເພາະ​ແມ່ນ​ການ​ຄ້າ, ວັດທະນະທຳ, ການທ່ອງທ່ຽວ, ​ໂທລະ​ຄົມ, ວິທະຍາສາດ​ເຕັກນິກ ​ແລະ ການພັດທະນາ​ແຫຼ່ງຊັບ​ພະຍາກອນ​ມະນຸດ. ການ​ພົວພັນ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າງ 2 ປະ​ເທດ​ກໍ່​ມີ​ບາດກ້າວພັດທະນາ​ເຂົ້າ​ສູ່​ລວງ​ເລີກ ​ແລະ ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ.
ຂ່າວ/ບົດ​ອື່ນ