ສະເຫຼີມສະຫຼອງ 83 ປີ ແຫ່ງວັນສ້າງຕັ້ງແນວໂຮມ ເອກະພາບແຫ່ງຊາດຫວຽດນາມ


ສະເຫຼີມສະຫຼອງ 83 ປີ ແຫ່ງວັນສ້າງຕັ້ງແນວໂຮມ ເອກະພາບແຫ່ງຊາດຫວຽດນາມ - ảnh 1
(ພາບ:vov )

 (vovworld)-​​​​ ​ ຕອນ​​ເຊົ້າວັນ​ທີ 18/11, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 83 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແນວ​ໂຮມ​​ເອກະ​ພາບ​ແຫ່ງ​ຊາດຫວຽດນາມ (18/11/1930 – 18/11/2013). ​ໃນ​ສູນ​ທອນ​ພົດ​ອ່ານ​ທີ່​ພິທີ, ທ່ານ​ຫງວຽນ​ທ້ຽນ​ເຍິນ, ປະທານ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຢືນຢັນ​ວ່າ: ​ໃນ 83 ປີຜ່ານມາ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຍາມ​ໃດ​ກໍ່​ເຮັດ​ລ້ອນພາລະ​ກຳ​ອັນ​ສະຫງ່າ​ລາສີ​ຂອງ​ຕົນ, ນັ້ນ​ແມ່ນ​ສາມັກ​ຄີ​ບັນດາ​ກຳລັງ​ຊົນ​ເຜົ່າ ​ແລະ ປະຊາທິປະ​ໄຕ ​ເພື່ອ​ຄວາມ​ເປັນ​ເອກະລາດ, ອິດສະຫຼະພາບ​ຂອງ​ປະ​ເທດ​ຊາດ. ທ່ານ​ຫງວຽນ​ທ້ຽນ​ເຍິນ ຊີ​ແຈງ​ວ່າ:

​   “ຄວາມ​ສາມັກຄີ​ແມ່ນ​ມູນ​ເຊື້​ອທີ່​ມີຄ່າ​ທີ່​ສຸດ​ຂອງ​ຊາດ​ຫວຽດນາມ ຊື່​ງ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ໃນວິວັດ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ​ໃນ​ຍຸກ​ສະ​ໄໝ​ໂຮ່ຈິ​ມິນ. ນັບ​ແຕ່​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ ​ແລະ ນຳພາ​ການ​ປະຕິວັດ, ມູນ​ເຊື້ອ​ດັ່ງກ່າວ​ຍິ່ງ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ. ​ໃນ 83 ປີຜ່ານມາ, ການ​ປະກອບສ່ວນ​ອັນ​ໃຫ່ຍຫຼວງ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢັ້ງຢືນ ​ແລະ ​ເພີ່ມ​ມູນ​ເຊື້ອ​ຂອງ​ຊາດ​ຫວຽດນາມ ​ແລະ ທັດສະນະ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ ​ແລະ ປະທານ​ໂຮ່ຈິ​ມິນ“.

ສະເຫຼີມສະຫຼອງ 83 ປີ ແຫ່ງວັນສ້າງຕັ້ງແນວໂຮມ ເອກະພາບແຫ່ງຊາດຫວຽດນາມ - ảnh 2
ວັນ​ບຸນມະຫາ​ສາມັກຄີ​ທົ່ວ​ປວງຊົນ​ທັງ​ຊາດ​ຢູ່ຕາ​ແສງ ດ້ຽນບຽນ, ​ເມືອງ​ບາ​ດິ່ງ, ຮ່າ​ໂນ້ຍ
(ພາບ: VGP)


   ກ່ອນ​ໜ້ານັ້ນ, ຄືໃນຕອນ​ຄໍ່າ​ວັນ​ທີ 17/11, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຮ່ວມ​ພິທີ​​ສະ​ເຫຼີ​ມສະຫຼອງກັບ​ພໍ​ແມ່​ປະຊາຊົນ​ຕາ​ແສງ ດ້ຽນບຽນ, ​ເມືອງ​ບາ​ດິ່ງ, ຮ່າ​ໂນ້ຍ ​ໃນ​ວັນ​ບຸນມະຫາ​ສາມັກຄີ​ທົ່ວ​ປວງຊົນ​ທັງ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ ດ້ຽນບຽນ ​ແມ່ນ​ຕາ​ແສງ​ຕັ້ງ​ຢູ່​ໃຈກາງ​ການ​ເມືອງ​ຂອງ​ນະຄອນຫຼວງ, ມີ​ທີ່​ຕັ້ງ​ສຳຄັນ, ສະ​ນັ້ນ​ທາງ​ຕາ​ແສງ​ຕ້ອງ​​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ຢ່າງຕັ້ງໜ້າ, ​ເສີມ​ຂະຫຍາຍ​ລັກສະນະ​ປະຊາທິປະ​ໄຕ, ຂຸດ​ຄົ້ນ​ກຳລັງ​​ແຮງ​ພາຍ​ໃນ, ສ້າງ​ເຂດ​ຊຸມ​ຊົນ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ​, ສາມັກ​ຄີ, ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​​ແພງ​ອຸ້ມຊູ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ຊ່ວຍ​ເຫຼືອ​ກັນ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດ​ຜ່ອນ​ຄວາມທຸກ​ຍາກ, ບໍ່​ມີ​ໄພ​ສັງຄົມ, ສ້າງ​ເຂດ​ຊຸມ​ຊົນ​ວັດທະນະທຳ, ສືບ​ຕໍ່​ຍູ້​ແຮງ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບ​ຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ ດ້ວຍ​ວຽກງາ​ນ​ແທດ​ຈິງ​ຫຼາຍ​ຢ່າງ.

ຂ່າວ/ບົດ​ອື່ນ