ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ​ດັກ​ໂຕ - ເຕິນ​ແກ໋ງ ຄົບ​ຮອບ 50 ປີ

(VOVWORLD) -ໄຊຊະນະ ດັກໂຕ - ເຕິນແກ໋ງ ບັງຄັບໃຫ້ ອາເມລິກາ ຕ້ອງເຂົ້າຮ່ວມການເຈລະຈາຢູ່ ປາຣີ, ເພື່ອສ້າງເປັນແປ້ນຢຽບໃຫ້ແກ່ບັ້ນຕໍ່ສູ້ ເຕີຍງວຽນ ແລະ ບັ້ນຮົບ ໂຮ່ຈີມິນ ປະຫວັດສາດ, ປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ.
ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ​ດັກ​ໂຕ - ເຕິນ​ແກ໋ງ ຄົບ​ຮອບ 50 ປີ - ảnh 1ພົນຕີ, ນັກວິລະຊົນ ຫງວຽນກວັກເທຶອກ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ຕອນຄ່ຳວັນທີ 23 ເມສາ, ຢູ່ສະໜາມຫຼວງເມືອງ ດັກໂຕ, ແຂວງ ກອນຕຸມ, ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນໄຊຊະນະດັກໂຕ - ເຕິນແກ໋ງ ຄົບຮອບ 50 ປີ (24/04/1972 – 24/04/2022) ແລະ ຮັບໃບຢັ້ງຢືນເປັນເຂດປູສະນີຍະສະຖານລະດັບຊາດເຂດປູຊະນີຍະສະຖານປະຫວັດສາດ ດຽມກາວ 1015 (ໂນນພູ Charlie) ແລະ ດຽມກາວ 1049 (ຖານທີ່ໝັ້ນ Delta).

ໄຊຊະນະ ດັກໂຕ - ເຕິນແກ໋ງ ບັງຄັບໃຫ້ ອາເມລິກາ ຕ້ອງເຂົ້າຮ່ວມການເຈລະຈາຢູ່ ປາຣີ, ເພື່ອສ້າງເປັນແປ້ນຢຽບໃຫ້ແກ່ບັ້ນຕໍ່ສູ້ ເຕີຍງວຽນ ແລະ ບັ້ນຮົບ ໂຮ່ຈີມິນ ປະຫວັດສາດ, ປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ.

ທີ່ພິທີ, ໂດຍໄດ້ຮັບການມອບສິດຈາກນາຍົກລັດຖະມົນຕີ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ໄດ້ມອບໃບຢັ້ງຢືນເຂດປູຊະນີຍະສະຖານລະດັບຊາດພິເສດສຳລັບ ດຽມກາວ 1015 (ໂນນພູ Charlie) ແລະ ດຽມກາວ 1049 (ຖານທີ່ໝັ້ນ Delta) ໃຫ້ແກ່ເມືອງ ຊາເທີຍ ແລະ ເມືອງ ດັກໂຕ, ແຂວງ ກອນຕຸມ./.

ຕອບກັບ

ຂ່າວ/ບົດ​ອື່ນ