ສະເຫລີມສະຫລອງ 63 ປີ ແຫ່ງວັນສ້າງສາຍພົວພັນທາງການທູດ ຫວຽດນາມ - ຈີນ

(vovworld)- ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 63 ປີ ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາ​ງການ​ທູດ ລະຫວ່າງ ຫວຽດນາມ ​ແລະ ຈີນ (18/1/1950 -18/1/2013), ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ​ໄດ້​ແລກປ່ຽນ​ໂທລະ​ເລກ​ອວຍພອນ​ກັບ​ທ່ານ ເລຂາທິການ​ໃຫຍ່ ສີ​ຈີ້​ນຜິງ ​, ທ່ານ ຮູ່ຈິນ​ເທົ່າ ປະທານ​ປະ​ເທດ​ຈີນ, ທ່ານ ອູ່​ປາງ​ກົ້ວ ຫົວຫນ້າ​ຄະນະ​ປະຈຳສະພາ​ແຫ່ງ​ຊາດ ​ແລະ ທ່ານ​ນາຍົກລັດຖະມົນຕີ ຈີນ ​ເວີນ​ຢາ​ປາວ. ​ເນື່ອງ​​ໃນ​ໂອກາດ​ນີ້​, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ, ທ່ານ ຟ້າ​ມບີ່​ນມີນ ລັດຖະມົນຕີ​ການ​ຕ່າງປະ​​ເທດ ຫວຽດນາມ ກໍ​ໄດ້​ແລກປ່ຽນ​​ໂທລະ​ເລກ​ອວຍພອນ​ກັບ ຕາຍ​ປີ້ງ​ກົ້ວ ກຳມະການ​ລັດຖະບານ ​ແລະ ທ່ານ ຢາງ​ເຈຍ​ຊື້ ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ