ສະເຫລີມສະຫລອງ110ປີແຫ່ງການທ່ອງທ່ຽວຊາປາ-ລາວກາຍ

ສະເຫລີມສະຫລອງ110ປີແຫ່ງການທ່ອງທ່ຽວຊາປາ-ລາວກາຍ - ảnh 1
ນາຂັ້ນໄດຢູ່ ຊາປາ
ພາບ:internet


(vovworld)-​ ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫລີ​ມສະຫລອງ 110 ປີ​ແຫ່ງ​ການທ່ອງທ່ຽວ ຊາ​ປາ ​ໃນ​ຕອນ​ເຊົ້າ​ວັນ​ທີ 2/11, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້ ​ເປັນ​ຕົ້ນ​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ​ຂອງ​ຊາ​ປາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໃສ່​ໃຈ​ວ່າ ​ເມືອງ​ຊາ​ປາ ຄວນ​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ວາງ​ແຜນຜັງ​ຕົວ​ເມືອງ,​ ລົງທຶນ​ຍົກ​ລະດັບ​ພື້ນຖານ​ດ້ານ​ວັດຖຸ, ຍົກ​ສູງ​ຄຸນ​ນະພາ​ບຮູບ​ການ​ບໍລິການ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ໃຫ້​ສະດວກ​ເພື່ອ​ດຶງ​ດູດ​ນັກ​ລົງທຶນ​ພາຍ​ໃນ​ ​ແລະ ຕ່າງປະ​ເທດ​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ, ບໍລິການ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເນັ້ນ​ຫນັກ​ວ່າ:

        “ລາວ​ກາຍ ສືບ​ຕໍ່​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ການທ່ອງທ່ຽວ, ຍູ້​ແຮງ​ວຽກ​ງານ​ໂຄສະນາ​ສົ່ງ​ເສີມ​ການທ່ອງທ່ຽວ. ​ເອົາ​ໃຈ​​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ​ແຫ​ລ່ງຊັບພະຍາກອນ​ມະນຸດ​ຮັບ​ໃຊ້​ການທ່ອງທ່ຽວ. ພັດທະນາ​ການທ່ອງທ່ຽວ​ຕິດ​ພັນ​ກັບ​ການ​ຮັກສາ, ບູລະນະ​ບັນດາ​ປູຊະນີຍະສະຖານ​ປະຫວັດສາດ,ວັດທະນະທຳ, ຊີວະ​ພາບ.”

        ທີ່​ພິທີ, ກະຊວງ​ວັດທະນະທຳ​ກິລາ ​ແລະ ການທ່ອງທ່ຽວ​ຫວຽດນາມ ​ໄດ້​ມອບ​ຫນັງສື​ຢັ້ງຢືນ​ປູ​ຊະນີ​ຍະສະ​ຖານ​ລະດັບ​ຊາດ​ໃຫ້​ແກ່​ທັດ​ສະ​ນີຍະ​ພາບ​ນາ​ຂັ້ນ​ໄດ ຊາ​ປາ ​ແລະ ຫນັງສື​ຮັບຮອງ​ມໍລະດົກ​ວັດຖຸ​ບໍ່​ມີ​ຮູບ​ຮ່າງ​ໃຫ້​ແກ່ ງານ​ບຸນ ປຸດ​ຕົງ ຂອງ​ຊາວ​ເຜົ່າ​ຢາ​ວແດງ ​ແລະ ງານ​ບຸນ​ລົງ​ໄຮ່ນາ​ຂອງ​ຊາວ​ເຜົ່າໄຢ.

ຂ່າວ/ບົດ​ອື່ນ