ສະເໜີປື້ມ “ລຸ່ງໂຮ່ຂຽນພິໄນກຳ” ດ້ວຍພາສາ Bengali ຢູ່ບັງກະລາເທດ

(VOVWORLD) -ວັນທີ 13 ມິຖຸນາ, ສະຖານທູດຫວຽດນາມ ປະຈຳບັງກະລາເທດ ໄດ້ສົມທົບກັບສະມາຄົມມິດຕະພາບບັງກະລາເທດ - ຫວຽດນາມ, ຈັດພິທີສະເໜີປື້ມ “ລຸ່ງໂຮ່ຂຽນຄຳພິໄນກຳ” ທີ່ແປຈາກພາສາອັງກິດ ເປັນພາສາ Bengali ຂອງນັກປະພັນ ຫວູກີ, ໂດຍສຳນັກພິມຈຳໜ່າຍ ເທ໋ເຍີຍ ພິມຈຳໜ່າຍເມື່ອປີ 2013.

ສະເໜີປື້ມ “ລຸ່ງໂຮ່ຂຽນພິໄນກຳ” ດ້ວຍພາສາ Bengali ຢູ່ບັງກະລາເທດ - ảnh 1

ສະເໜີປື້ມ “ລຸ່ງໂຮ່ຂຽນພິໄນກຳ” ດ້ວຍພາສາ Bengali ຢູ່ບັງກະລາເທດ 

(ພາບ: vietnamplus.vn)

ກ່າວຄຳເຫັນທີ່ພິທີສະເໜີປື້ມຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳນະຄອນຫຼວງ Dhaka, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳບັງກະລາເທດ ເຈີນວັນຄວາ ເນັ້ນໜັກວ່າ, ນີ້ເປັນຄັ້ງທຳອິດມີປື້ມກ່ຽວກັບປະທານໂຮ່ຈິມິນ ເຊິ່ງໄດ້ແປເປັນພາສາ Bengali ແລະ ໄດ້ຈຳໜ່າຍເຖິງຜູ້ອ່ານ ບັງກະລາເທດ. ເຫດການນີ້ມີຄວາມໝາຍສຳຄັນໃນການແນະນຳ ແລະ ເຊີດຊູປະທານໂຮ່ຈິມິນ, ຊ່ວຍເພື່ອນມິດ ບັງກະລາເທດ ເຂົ້າໃຈໄດ້ຊີວິດ ແລະ ພາລະກິດຂອງເພີ່ນ, ພ້ອມທັງສ້າງກຳລັງແຜ່ລາມກ່ຽວກັບສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມເຖິງບັນດາເພື່ອນມິດ ບັງກະລາເທດ, ຜ່ານນັ້ນກໍ່ປັບປຸງ ແລະ ເພີ່ມທະວີນ້ຳໃຈສາມັກຄີມິດຕະພາບລະຫວ່າງ 2 ປະເທດກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ