ສະເໜີຮ່າງກົດໝາຍວ່າດ້ວຍແຮງງານ(ສະບັບປັບປຸງ)ຢູ່ວາລະປະຊຸມເທື່ອທີ 34 ຂອງຄະນະປະຈຳສະພາແຫ່ງຊາດ

(VOVWORLD) -  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີ່ງເຫ້ວ ຈະເຂົ້າຮ່ວມວາລະປະຊຸມເທື່ອທີ 34 ຂອງຄະນະປະຈຳສະພາແຫ່ງຊາດ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ); ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຈະເປັນຜູ້ນຳສະເໜີ ແລະ ຮັບເອົາຄຳຄິດເຫັນສຳລັບຮ່າງກົດໝາຍສະບັບນີ້.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກໍ່ແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເປັນຜູ້ນຳສະເໜີ ແລະ ຮັບເອົາຄຳເຫັນສຳລັບເນື້ອໃນຕ່າງໆຄື: ບົດລາຍງານຂອງລັດຖະບານຕີລາຄາເພີ່ມເຕີມໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2018 ແລະ ສະພາບການຜັນຂະຫຍາຍການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມໃນຊຸມເດືອນຕົ້ນປີ 2019; ພິຈາລະນາເລື່ອງຈັດແບ່ງການນຳໃຊ້ແຫຼ່ງສຳຮອງລວມຂອງແຜນການລົງທຶນພາກລັດໄລຍະກາງແຕ່ປີ 2016 – 2020 ແລະ ເພີ່ມເຕີມບັນຊີລາຍຊື່ໃໝ່ເຂົ້າໃນແຜນການລົງທຶນພາກລັດໄລຍະກາງແຕ່ປີ 2016 – 2020; ເລື່ອງນຳໃຊ້ແຫຼ່ງທຶນ 10.000 ຕື້ດົ່ງ ຈາກການດັດປັບຫລຸດຜ່ອນແຫຼ່ງທຶນລົງໃຫ້ບັນດາໂຄງການສຳຄັນລະດັບຊາດຕາມມະຕິຂອງສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ