ສະໜອງຂໍ້ມູນຂ່າວກ່ຽວກັບປະຊາຄົມເສດຖະກິດອາຊຽນໃຫ້ແກ່ອົງການສື່ມວນຊົນ12ແຂວງນະຄອນພາກໃຕ້

ສະໜອງຂໍ້ມູນຂ່າວກ່ຽວກັບປະຊາຄົມເສດຖະກິດອາຊຽນໃຫ້ແກ່ອົງການສື່ມວນຊົນ12ແຂວງນະຄອນພາກໃຕ້ - ảnh 1
(ພາບປະກອບ)

(vovworld) – ​ ​ ​​ ວັນ​ທີ 16/9 ສຳນັກງານຄະນະ​ໂຄສະນາ​ສຶກສາ​ສູນ​ກາງປະຈຳ​ນະຄອນ ​ໂຮ່ຈີ​ມິນ ສົມທົບ​ກັບ​ກະຊວງ​ອຸດສາຫະກຳ​ການ​ຄ້າ ຈັດ​ຕັ້ງ​ກອງ​ປະຊຸມ ​ເພື່ອ​ສະໜອງ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (AEC) ​​ໃຫ້​ແກ່​ອົງການ​ສື່​ມວນ​ຊົນ​ຢູ່ 12 ​ແຂວງ, ນະຄອນ​ພາກ​ໃຕ້ ຫວຽດນາມ. ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍສຳລັບ​ພື້ນ​ຖານ​ເສດຖະກິດ ​ແລະ ວິ​ສາ​ຫະກິດ ຫວຽ​ດນາມ ​ເມື່ອ​ບັນດາ​ຂໍ້​ກຳນົດ​ຂອງ AEC ​ໄດ້​ຮັບ​ການ​ປະຕິບັດ​ແມ່ນ​ເນື້ອ​ໃນ​ຕົ້ນຕໍ່ຂອງ​ກອງ​ປະຊຸມ, ທ່ານ ​ເລືອ​ງຮ່ວາງ​ທ໋າຍ ຫົ​ວ​ໜ້າກົມ​ນະ​ໂຍບາຍ​ການ​ຄ້າ​ຫລາຍ​ຝ່າຍ​ໃຫ້​ຮູ້​ວ່າ: ​ເຂົ້າ​ຮ່ວມ AEC ຫວຽດນາມ ​ໄດ້​ຮັບ​ບຸລິມະສິດ ​ແລະ ​ໄດ້​ສ້າງ​ກາລະ​ໂອກາດ​ພ້ອມ​ກັບ ອາ​ຊຽນ ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ພື້ນຖານ​ເສດຖະກິດ ອາຊີຕາ​ເວັນ​ອອກຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ຄຽງ​ຄູ່​ກັນ​ນັ້ນ, AEC ຈະ​ປະກອບສ່ວນ​ຊຸກຍູ້​ວິວັດ​ການ​ປ່ຽນ​ໃໝ່​ເສດຖະກິດ​ຂອງ ຫວຽດນາມ ​ໄປ​ສູ່​ພື້ນຖານເສດຖະກິດ​ການ​ຕະຫລາດ​, ປ່ຽນ​ແປງ​ໂຄງ​ປະກອບພື້ນຖານ​ເສດຖະກິດ​ຕາມ​ທິດ​ທັນ​ສະ​ໄໝ​ຫັນ​ເປັນ​ອຸດສາຫະກຳພັດທະນາ​ການ​ສົ່ງ​ອອກ ​ແລະ ດຶງ​ດູດ​ການ​ລົງທຶນ.

ຂ່າວ/ບົດ​ອື່ນ