ສາກົນຊົມເຊີຍການເລືອກຕັ້ງກ່ອນກຳນົດເວລາຢູ່ຢູແກຼນ

ສາກົນຊົມເຊີຍການເລືອກຕັ້ງກ່ອນກຳນົດເວລາຢູ່ຢູແກຼນ - ảnh 1
ສາກົນ​ຊົມ​ເຊີຍ​ການ​ເລືອກ​ຕັ້ງ​ກ່ອນ​ກຳນົດ​ເວລາ​ຢູ່​ຢູ​ແກຼນ
(ພາບ: AFP)


(vovworld) – ວັນ​ທີ 27/10, ການ​ນຳ​ຄະນະ​ກຳມະການ​ເອີ​ລົບ (EC) Jose Manuel Barroso ​ແລະ ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ​ໄດ້​ຖື​ການ​ເລືອກ​ຕັ້ງ​ກ່ອນ​ກຳນົດ​ເວລາ​ຢູ່​ຢູ​ແກຼນ ​ແມ່ນ​ບາດກ້າວ​ໃຫຍ່​ຂອງ​ແນວທາງ​ປະຕິ​ຮູບການ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ເອີ​ລົບ ​ແລະ ລໍ້​ຖ້າຢູ​ແກຼນ ສ້າງ​ຕັ້ງ​​ລັດຖະບານ​ໃໝ່​ໂດຍ​ໄວ. ບັນດາ​ນັກ​ສັງ​ເກດ​ການ​ຂອງ​ອົງການ​ປ້ອງກັນ​ຄວາມ​ສະຫງົບ ​ແລະ ຮ່ວມ​ມື​ເອີ​ລົບ (OSCE) ກໍ່​ຄື ກາ​ນາ​ດາ ລ້ວນ​ແຕ່​ຮັບ​ຮູ້​ວ່າ ວິວັດ​ການ​ປ່ອນບັດ​ເລືອກ​ຕັ້ງ​ໄດ້​ຮັບ​ການຈັດ​ຕັ້ງ​ເປັນ​ຢ່າງ​ດີ, ​ເໝາະ​ສົມ​ກັບ​ບັນດາ​ຂໍ້​ກຳນົດ​ປະຊາທິປະ​ໄຕ​ສາກົນ. ​ໂຄສົກ​ລັດຖະບານ​ເຢຍລະ​ມັນ Steffen Seibert ຖື​ວ່າ, ໝາກຜົນ​ການ​ເລື​ອກຕັ້ງ​​ໃນ​ປະຈຸ​ບັນ​ແມ່ນ​ຂຶ້ນ​ກັບ​​ບັນດາ​ພັກ​ນິຍົມ​ເອີ​ລົບ, ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຕໍ່​ທ່ານ​ປະທານາທິບໍດີ Petro Poroshenko ​ແລະ ທ່ານ​ນາຍົກລັດຖະມົນຕີ Arsenyi Yaseniuk. ຕາມ​ Berlin ​ແລ້ວ, ການ​ເລືອກຕັ້ງ​ຄັ້ງ​ນີ້​ແມ່ນ​ບາດກ້າວ​ສຳຄັນ​​ເພື່ອ​ມຸ່ງ​ໄປ​ເຖິງ​ຄວາມ​ສະຖຽນ​ລະ​ພາບ​ພາຍ​ໃນ​ປະ​ເທດ.

ຂ່າວ/ບົດ​ອື່ນ