ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ລັດ ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງ​ສະ​ພາ​ແຫ່ງ​ຊາດ​ຊັກ​ຖາມ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຫາກໍເຊັນປະກາດໃຊ້ມະຕິວ່າດ້ວຍການເຄື່ອນໄຫວຊັກຖາມໃນກອງປະຊຸມເທື່ອທີ 14 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 15. 
ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ລັດ ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງ​ສະ​ພາ​ແຫ່ງ​ຊາດ​ຊັກ​ຖາມ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ (ພາບ: quochoi.vn)

ມະຕິດັ່ງກ່າວຮຽກຮ້ອງໃຫ້ລັດຖະບານ, ນາຍົກລັດຖະມົນຕີ, ລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ ຈົ່ງປັບປຸງນະໂຍບາຍ, ກົດໝາຍວ່າດ້ວຍການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃຫ້ສົມບູນແບບ; ເພີ່ມທະວີວຽກງານປ້ອງກັນ, ຕ້ານອາດຊະຍາກຳ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ. ມະຕິຕົກລົງ ຢ່າງຊ້າສຸດແມ່ນວັນທີ 30 ກັນຍາ, ຕ້ອງປະຕິບັດສຳເລັດການເຮັດບັດປະຈຳຕົວເອເລັກໂຕນິກຕາມຄວາມຮຽກຮ້ອງຕ້ອງການຂອງພົນລະເມືອງທີ່ມີເງື່ອນໄຂຕາມກົດໝາຍ, ຮັບປະກັນຂໍ້ມູນເມື່ອນຳເຂົ້າໃຊ້ການຕ້ອງຊັດເຈນ, ຄົບຖ້ວນ ແລະ ທັນການ.

        ສຳລັບຂົງເຂດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ: ມະຕິຕົກລົງ: ຈັດຕັ້ງຜັນຂະຫຍາຍປະຕິບັດກົນໄກ, ນະໂຍບາຍກ່ຽວກັບການຟື້ນຟູ, ພັດທະນາການທ່ອງທ່ຽວ ແລະ ພັດທະນາເສດຖະກິດ - ສັງຄົມ. ມີນະໂຍບາຍບຸລິມະສິດພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມໂດຍໄວ. ສຸມໃສ່ຜັນຂະຫຍາຍຍຸດທະສາດພັດທະນາວັດທະນະທຳ ຫວຽດນາມ ຮອດປີ 2030, ຍຸດທະສາດພັດທະນາຄອບຄົວ ຫວຽດນາມ ຮອດປີ 2030 ໃຫ້ມີປະສິດທິຜົນ. ສືບຕໍ່ປະຕິບັດບັນດາມາດຕະການສ້າງສະພາບແວດລ້ອມວັດທະນະທຳ, ວິຖີຊີວິດວັດທະນະທຳ, ການສຶກສາອົບຮົມທາງດ້ານຄຸນສົມບັດ ແລະ ວິຖີຊີວິດຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ