ສ້າງ​ຖັນ​ແຖວ​ມີ​ປະ​ສິ​ດ​ທິພາບ​ສູງ​ໃນ​ສັງ​ກາດ AI

(VOVWORLD) - ໃນສະພາບແວດລ້ອມແຫ່ງການເຮັດວຽກໃນຫຼາຍພື້ນຖານ ແລະ ຫັນເປັນດີຈີຕອນຄືໃນປັດຈຸບັນ, ສະມັດຕະພາບຂອງການເຮັດວຽກຈະໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນດ້ວຍການເຊື່ອມຕໍ່ເຕັກໂນໂລຢີບັນຍາປະດິດ (AI). 
ສ້າງ​ຖັນ​ແຖວ​ມີ​ປະ​ສິ​ດ​ທິພາບ​ສູງ​ໃນ​ສັງ​ກາດ AI - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ (ພາບ: ຄະນະຈັດຕັ້ງ)

ໃນສັງກາດ ປັນຍາປະດິດ (AI), ຄວາມສາມາດສ່ວນບຸກຄົນ ແມ່ນເງື່ອນໄຂເພື່ອໃຫ້ສ້າງຖັນແຖນມີປະສິດທິພາບສູງ. ຢາກສ້າງຄວາມສະໜິດຕິດພັນ, ຄວາມຍືນຍົງ ແລະ ເຮັດວຽກທີ່ມີປະສິດທິພາບສູງທີ່ສຸດນັ້ນ ປັນຍາປະດິດແມ່ນເງື່ອນໄຂທີ່ຈຳເປັນ. ນີ້ແມ່ນຂໍ້ສັງເກດຂອງບັນດານັກຊ່ຽວຊານຢູ່ກອງປະຊຸມ “ສ້າງຖັນແຖວມີປະສິດທິພາບສູງໃນສັງກາດ AI” ໂດຍ GEM Global ຈັດຂຶ້ນໃນຕອນບ່າຍວັນທີ 21 ພຶດສະພາ ຢູ່ຮ່າໂນ້ຍ.

ໃນສະພາບແວດລ້ອມແຫ່ງການເຮັດວຽກໃນຫຼາຍພື້ນຖານ ແລະ ຫັນເປັນດີຈີຕອນຄືໃນປັດຈຸບັນ, ສະມັດຕະພາບຂອງການເຮັດວຽກຈະໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນດ້ວຍການເຊື່ອມຕໍ່ເຕັກໂນໂລຢີບັນຍາປະດິດ (AI). ທ່ານ ເຢືອງແທັງເຊີນ, ນັກຊ່ຽວຊານໃຫ້ຄຳປຶກສາ, ຄູອາຈານ ແລະ ຄູຝືກການບໍລິຫານກ່ຽວກັບການຮ່ຳຮຽນ ແລະ ພັດທະນາວິສາຫະກິດ ໃຫ້ຮູ້ວ່າ:

ໜຶ່ງໃນບັນດາບົດລາຍງານຂອງເວທີປາໄສເສດຖະກິດໂລກກ່ຽວກັບອະນາຄົດຂອງອາຊີບ ຄາດວ່າໃນຮອບເວລາ 5 ປີຈະມາເຖິງ, ບັນດາທັກສະສຳຄັນຈະກ່ຽວຂ້ອງເຖິງເຕັກໂນໂລຢີ: ປັນຍາປະດິດ, Big Data, Network, ຄວາມປອດໄພທາງອິນເຕີເນັດ, ຄວາມເຂົ້າໃຈກ່ຽວກັບທັກສະເຕັກໂນໂລຢີ, ການຄຸ້ມຄອງແຫຼ່ງກຳລັງ ແລະ ການເຄື່ອນໄຫວ. ແຕ່ສິ່ງທີ່ເປັນໜ້າຈັບໃຈນັ້ນແມ່ນ ຮອດປີ 2030, AI ຈະແຕ່ອັນດັບທີ 5 ຫຍັບຂຶ້ນອັນດັບທີ 1, ດ້ວຍ 96%. ພວກເຮົາບໍ່ສາມາດປະຕິເສດ AI, ຍ້ອນວ່າ AI ຈະປັບປຸງປະສິດທິຜົນໃນການເຮັດວຽກຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ