ສ້າງ​ທຸກ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເຂົ້າ​ລົງ​ທຶນ​ຢູ່ ຫວຽດ​ນາມ

(VOVWORLD) -ຕອນເຊົ້າວັນທີ 15 ພຶດສະພາ (ຕາມເວລາ ທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມີການພົບປະກັບການນຳກອງທຶນ Warburg Pincus ແລະ ກຸ່ມບໍລິສັດ Glengarne ອາເມລິກາ
ສ້າງ​ທຸກ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເຂົ້າ​ລົງ​ທຶນ​ຢູ່ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບ ທ່ານ Charles Kaye, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ ກອງທຶນ Warburg Pincus

ທີ່ການຕ້ອນຮັບທ່ານ Charles Kaye, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ ກອງທຶນ Warburg Pincus, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີວ່າ, ໃນໄລຍະຈະມາເຖິງ, ຕ້ອງຊອກຫາວິທີການຍົກສູງປະສິດທິຜົນໃນການອຸປະຖຳທຶນ ແລະ ສຸມໃສ່ເຂົ້າບັນດາຂົງເຂດຫຼັກແຫຼ່ງທີ່ມີລັກສະນະເປັນໄມ້ງັດ, ມີກຳລັງແຜ່ກະຈາຍສູງ.

        ໂດຍສະແດງຄວາມຊົມເຊີຍຕໍ່ບັນດາຄຳເຫັນປະກອບຂອງທ່ານ Charles Kaye ແລະ ເນັ້ນໜັກວ່າ ຫວຽດນາມ ພວມສຸມໃສ່ ເຂົ້າການພັດທະນາພື້ນຖານໂຄງລ່າງ ຍຸດທະສາດລວມມີ ພື້ນຖານໂຄງລ່າງ ດີຈີຕອນ, ຄົມມະນາຄົມ, ການເຫັນເປັນດີຈີຕອນ; ການຕ້ານການປ່ຽນແປງຂອງດິນຟ້າອາກາດ, ຕະຫຼາດທຶນຮອນ, ການຫັນເປັນພະລັງງານ, ທ່ານນາຍົກລັດຖະມົນຕີ ມີຄວາມຫວັງວ່າ ກອງທຶນຈະຊຸກຍູ້ບັນດາແຫຼ່ງເງິນລົງທຶນຕ່າງໆເຂົ້າຫວຽດນາມ ໃນບັນດາຂົງເຂດນີ້.

        ສ່ວນທ່ານ Charles Kaye ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງໃນຕະຫຼອດໄລຍະ 2 ປີຜ່ານມາ, ຫວຽດນາມ ໄດ້ແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າໂລກລະບາດໂຄວິດ - 19 ແລະ ໃຫ້ຮູ້ວ່າ ກອງທຶນ ພວມຢາກເພີ່ມທະວີເງິນລົງທຶນ ເຂົ້າມາຫວຽດນາມ, ຮ່ວມເດີນທາງກັບ ຫວຽດນາມ ເພື່ອມີການພັດທະນາຢ່າງແຮງໃນອະນາຄົດ.

ທີ່ການຕ້ອນຮັບທ່ານ Breden Duval, ການນຳກຸ່ມບໍລິສັດ Glengarne, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ກຸ່ມບໍລິສັດເມື່ອມີຄວາມສົນໃຈຕໍ່ຂົງເຂດຫັນເປັນພະລັງງານຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ກໍ່ແຈ້ງໃຫ້ກຸ່ມບໍລິສັດຮັບຊາບກ່ຽວກັບເລື່ອງ ຫວຽດນາມ ໃກ້ຈະປະກາດການວາງແຜນກຳນົດໄຟຟ້າ VIII, ໃນນັ້ນມີການດັດປັບການວາງແຜນກຳນົດພັດທະນາບັນດາໂຮງງານໄຟຟ້າ LNG ຢູ່ບາງແຂວງແຄມຝັ່ງທະເລ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ