ສ້າງພື້ນຖານວິຈິດສິນ ຫວຽດນາມເຂັ້ມຂົ້ນໄປ ດ້ວຍສີສັນຊາດ, ຍຸກສະໄໝ


ສ້າງພື້ນຖານວິຈິດສິນ ຫວຽດນາມເຂັ້ມຂົ້ນໄປ ດ້ວຍສີສັນຊາດ, ຍຸກສະໄໝ - ảnh 1

(ພາບ: Quốc Khánh/TTXVN)

(vovworld)- ​ ​ກອງ​ປະຊຸມ​ໃຫ່ຍຜູ້​ແທນ​ທົ່ວ​ປະ​ເທດ​ສະມາຄົມ​ວິຈິດ​ສິດ​ຫວຽດນາມ ຄັ້ງທີ 8, ອາຍຸ​ການ 2014-2019 ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 15/12, ຢູ່​ຮ່າ​​ໂນ້ຍ. ​ໃນ 5 ປີຜ່ານມາ, ສະມາຄົມ​ວິຈິດ​ສິດ​ຫວຽດນາມ ​ໄດ້​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ອັນ​ແທດ​ຈິງ​ຫຼາຍ​ຢ່າງໃຫ້​ແກ່​ບັນດາ​ນັກ​ສິລະ​ປິນ. ໜ້າ​ເອົາ​ໃຈ​ໃສ່​ແມ່ນສະມາຄົມ​ວິຈິດ​ສິດ​ຫວຽດນາມ ​ໄດ້​ຈັດ​ງານ​ວາງສະ​ແດງ 45 ຄັ້ງຊື່​ງ​ແນະນຳ​ພາບ​ແຕ້ມ​ກ່ວາ 8000 ​ແຜ່ນ​ຂອງ​ບັນດາ​ຈິດຕະກອນ​ເຖິງ​ຜູ້​ນິຍົມ​ສິລະ​ປະພາ​ຍ​ໃນ ​ແລະ ຕ່າງປະ​ເທດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວຸ້ດຶກ​ດາມ ​ເນັ້ນໜັກ​ວ່າ:

  “​​ຂ້າພະເຈົ້າສະເໜີໃຫ້ກະຊວງວັດທະນະທຳ, ກິລາແລະ ທ່ອງທ່ຽວ,​ ສະຫະພັນບັນດາສະມາຄົມວັນນະຄະດີສິລະປະຫວຽດນາມ ພ້ອມກັບອົງຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ ຈົ່ງປະສານສົມທົບກັນຢ່າງແໜ້ນແຟ້ນ ສ້າງເງື່ອນໄຂອຳນວນຄວາມສະດວກທີ່ສຸດເພື່ອໃຫ້ສະມາຄົມວິຈິດສິດຫວຽດນາມເຄື່ອນໄຫວຖືກຕ້ອງ ຕາມຈຸດປະສົງ, ​ເຕົ້າໂຮມ, ປຸກລະດົມກຳລັງໃຈນັກສິລະປິນເພື່ອມີບັນດາພາບແຕ້ມທີ່ມີຄຸນຄ່າສູງ“./.

ຂ່າວ/ບົດ​ອື່ນ