ສານປະຊາຊົນສູງສຸດຜັນຂະຫຍາຍວຽກງານສານປີ 2018

(VOVWORLD) -  ປີ 2018, ຂະແໜງສານສຸມໃສ່ປະຕິບັດສຳເລັດບັນດາຮ່າງກົດໝາຍ, ລັດຖະບັນຍັດໄດ້ຮັບການຈັດແບ່ງເປັນເຈົ້າການຮຽບຮຽງຮັບປະກັນຖືກກັບຄວາມຄືບໜ້າ, ຄຸນນະພາບ
ສານປະຊາຊົນສູງສຸດຜັນຂະຫຍາຍວຽກງານສານປີ 2018 - ảnh 1ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄຳເຫັນທີ່ກອງປະຊຸມ 

ຕອນເຊົ້າວັນທີ 9 ມັງກອນ, ຢູ່ຮ່າໂນ້ຍ, ສານປະຊາຊົນສູງສຸດຈັດຕັ້ງກອງປະຊຸມທາງໂດຍກົງເຄືອຂ່າຍອີນເຕີເນັດຜັນຂະຫຍາຍວຽກງານສານປີ 2018. ທ່ານປະທານປະເທດ ເຈີ່ນດ້າຍກວາງ, ຫົວໜ້າຄະນະຊີ້ນຳປະຕິຮູບຕຸລາການສູນກາງເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ. ປີ 2018, ຂະແໜງສານສຸມໃສ່ປະຕິບັດສຳເລັດບັນດາຮ່າງກົດໝາຍ, ລັດຖະບັນຍັດໄດ້ຮັບການຈັດແບ່ງເປັນເຈົ້າການຮຽບຮຽງຮັບປະກັນຖືກກັບຄວາມຄືບໜ້າ, ຄຸນນະພາບ; ຕັ້ງໜ້າເຂົ້າຮ່ວມການສ້າງບັນດາຮ່າງກົດໝາຍສະບັບອື່ນໃຫ້ສຳເລັດຕາມສິດອຳນາດ; ປະຕິບັດວຽກງານບຳລຸງວິຊາສະເພາະໃນການພິພາກສາ, ບຳລຸງສ້າງປະທານສານ ແລະ ບັນດາຕຳແໜ່ງຕຸລາການ…

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ຂະແໜງສານສືບຕໍ່ຕິດຕາມຢ່າງໃກ້ຊິດການຊີ້ນຳ, ນຳພາຂອງພັກ, ລັດ ກ່ຽວກັບວຽກງານຕຸລາການ ແລະ ການປະຕິຮູບຕຸລາການ. ພ້ອມທັງສົມທົບກັນເນັ້ນແຟ້ນກັບບັນດາອົງການຕຸລາການໃນການເປັນເສນາທິການຕໍ່ພັກ, ລັດ ໃນການປະກາດໃຊ້ບັນດາແຜນນະໂຍບາຍ, ນະໂຍບາຍກ່ຽວກັບວຽກງານຕຸລາການ ແລະ ປະຕິຮູບຕຸລາການ; ເປັນເຈົ້າການໃນການເປັນເສນາທິການຕໍ່ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຊີ້ນຳແກ້ໄຂບັນດາຄະດີໃຫຍ່, ຈຸດສຸມກ່ຽວກັບເສດຖະກິດ, ສໍ້ລາດບັງຫຼວງ. ພ້ອມກັນນັ້ນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ ຂະແໜງຄວນເອົາໃຈໃສ່ວຽກງານປະຕິຮູບລະບຽບການບໍລິຫານ, ພິເສດແມ່ນວຽກງານປ່ຽນໃໝ່ລະບຽບການບໍລິຫານ - ຕຸລາການໃນບັນດາການເຄື່ອນໄຫວຂອງສານ.

ຕອບກັບ

ຂ່າວ/ບົດ​ອື່ນ