ສຳນັກງານລັດຖະບານ ອາເມລິກາ ປິດປະຕູອາທິດທີ 2

ສຳນັກງານລັດຖະບານ ອາເມລິກາ ປິດປະຕູອາທິດທີ 2 - ảnh 1
ພາບປະກອບຈາກ AP

(vovworld) – ຮອດ​ວັນ​ທີ 7/10, ພາກສ່ວນ​ໜຶ່ງ​ຂອງ​ລັດຖະບານ​ສະຫະລັດ ອາ​ເມ​ລິ​ກາ ທີ່ຖືກ​ປິດ​ປະຕູ ຍ້ອນ​ຂາດ​ງົບປະມານ​ໄດ້​ກ້າວ​ເຂົ້າ​ສູ່​ອາທິດ​ທີ 2 ​ແຕ່​ສະພາ​ສູງ, ສະພາ​ຕຳ່ ​ແລະ ອົງການ​ອຳນາດ​ບໍລິຫານ​ຍັງ​ຄົງ​ຮັກສາ​ທັດສະນະ​ຂອງ​ຕົນ​ໄວ້​ຄື​ເກົ່າ. ວິ​ກິດ​ການ​ການ​ເມືອງຢູ ວໍ​ຊິງ​ຕັນ ​ໄດ້​ຫັນ​ຈາກ​ແຜນການ​​ໃຊ້​ຈ່າຍງົບປະມານ​ເປັນ​​ເພດານໜີ້​ສິນ​ສາທາລະນະ.

        ລັດຖະມົນຕີ​ການ​​ເງິນ ອາ​ເມ​ລິ​ກາ ທ່ານ Jack Lew, ກ່າວ​ເຕືອນ​ກ່ຽວ​ກັບ​ບັນດາ​ຜົນ​ຮ້າຍ​ໜັກໜ່ວງຂອງ​ເລື່ອງ ອາ​ເມ​ລິ​ກາ ​ຖືກ​ລົ້ມ​ລະລາຍຖ້າ​ຫາກ​ຮອດ​ວັນ​ທີ 17/10, ​ເມື່ອ​​ເພດານໜິ້ສິນ​ສາທາລະນະ​ແມ່ນ 16.700 ຕື້ USD ​ໄດ້ຮອດກຳນົດ​ເວລາ​​ແລ້ວ​ແຕ່ສະພາ​ແຫ່ງ​ຊາດ​ບໍ່​ອະນຸຍາດ​​ໃຫ້ຍົກ​​ເພດານໜີ້​ສິນ​ຕື່ມ​ອີກ. ທ່ານ Jack Lew ຊຸກຍູ້​ຝ່າຍ ສາທາລະນະ ທີ່​ສະພາຕຳ່ ​​ລົບ​ລ້າງ​ແນວ​ຄິດ​ພັກ​ຝ່າຍ​ເພື່ອ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ກ່ຽວ​ກັບ​ການ​ໃຊ້​ຈ່າຍ​ງົບປະມານ​ຊົ່ວຄາວ​ໃຫ້​ແກ່​ປີ 2014 ​ເພື່ອ​ແນ​ໃສ່​ອະນຸຍາດ​ໃຫ້​ລັດຖະບານ​ສະຫະລັດ​ເປີດ​ປະຕູ​ເຄື່ອນ​ໄຫວ​ຄືນ​ໃໝ່, ຫຼັງ​ຈາກ​ນັ້ນ​ຮັບຮອງ​ເອົາ​ຮ່າງ​ກົ​ດໝາຍ​ຍົກ​​ເພດານ​ໜິ້ສິນ ອະນຸຍາດ​ໃຫ້​ກະຊວງ​ການ​ເງິນ​ສືບ​ຕໍ່​ມີ​ສິດ​ກູ້​ຢືມ​ເງິນ​​ເພື່ອໃຊ້​ຈ່າ​ຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ກະ​ຊວງ, ຂະ​ແໜງ​ການ.

ຂ່າວ/ບົດ​ອື່ນ