ສ.ເກົາຫຼີ ຊ່ວຍເຫຼືອ ບ້ວງສິນເຊືອໄລຍະ 2012 – 2015 ໃຫ້ແກ່ຫວຽດນາມ

ສ.ເກົາຫຼີ ຊ່ວຍເຫຼືອ ບ້ວງສິນເຊືອໄລຍະ 2012 – 2015 ໃຫ້ແກ່ຫວຽດນາມ - ảnh 1
ສ.​ເກົາ​ຫຼີ ​ຊ່ວ​ຍ​ເຫຼືອ​ບ້ວງ​ສິນ​ເຊືອໄລຍະ 2012 – 2015 ​ໃຫ້​ແກ່​ຫວຽດນາມ
(ພາບ: MPI Portal)


(vovworld) -     ສັນຍາ​ແມ່ກ່ຽວ​ກັບ​ບ້ວງ​ເງິນ​ກູ້​ດ້ວຍ​ອັດຕາ​ດວກ​ເບ້ຍ​ຕໍ່າ​ຂອງ ສ.​ເກົາ​ຫຼີ ​ໄລຍະ 4 ປີ (2012 – 2015) ​ໄດ້​​ລົງ​ນາມ​ໃນລະຫວ່າງ​ທ່ານ​ລັດຖະມົນຕີ​ກະຊວງ​​ແຜນການ ​ແລະ ການ​ລົງທຶນຫວຽດນາມ ບຸ​ຍກວາງ​ວິ​ງ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສ.​ເກົາຫຼີ ປະຈຳ​ຫວຽດນາມ ​​​ໃນຕອນ​ເຊົ້າ​ວັນ​ທີ 21/12, ຢູ່​ຮ່າ​ໂນ້ຍ. ສັນຍາ​ແມ່​ກຳນົດ​ບັນດາ​ເງື່ອນ​ໄຂ​ຕອບ​ສະໜອງ ​ແລະ ນຳ​ໃຊ້​​ບ້ວງ​ສິນ​ເຊືອ​ນີ້, ​ໃນ​ນັ້ນ​ໄດ້​ສຸມ​ໃສ່​ເຂົ້າ​​ໃນ​ບັນດາ​ຂົງ​ເຂດ; ​ຄົມ​ມະ​ນາ​ຄົມ, ສະໜອງ - ລະບາຍ​ນ້ຳ, ພະລັງງານ​ພະ​ລິດ​ຄື​ນ​ໃໝ່… ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ທ່ານລັດຖະມົນຕີ​ກະຊວງ​​ແຜນການ ​ແລະ ການ​ລົງທຶນ ບຸ​ຍກວາງ​ວິ​ງ ​ໄດ້​ຕີ​ລາຄາ​ວ່າ.

“ບັນດາ​ໂຄງການ​ໜູນ​ຊ່ວຍ ODA ຂອງ​ສ.​ເກົາຫຼີ ​ໃຫ້​ແກ່​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ຮັບ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ຖືກ​ຕາມ​ລະດັບ​ຄວາມ​ຄືບ​ໜ້າ ​ແລະ ນຳ​ມາ​ເຊິ່ງປະສິດທິ​ຜົນ​ທີ່​ແທດ​ຈິງ​ໃຫ້​ແກ່​ເສດຖະກິດ​ຫວຽດນາມ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ສົມທົບ​ກັບ​ອົງການ​ຮ່ວມ​ມື​ສາກົນ​ສ.​ເກົ່າ​ຫຼີ KOICA, ພ້ອມ​ກັບ​ທຸກ​ອົງການ​ຈັດ​ຕັ້ງ​ຂອງ​ສ.​ເກົາຫຼີ ​ເພື່ອ​ຄຸ້ມ​ຄອງ, ນຳ​ໃຊ້​ບັນດາແຫ່ຼງທຶນ ODA ​ໃນ​ບັນດາ​ຂົງ​ເຂດ ຢ່າງ​ມີ​ປະສິດທິ​ຜົນ, ຖືກ​ຕາມ​ລະດັບ​ຄວາມ​ຄືບ​ໜ້າ​.”

​ໃນ​ໄລຍະ​​ແຕ່​ປີ 2012 – 2015, ລັດຖະບານ ສ.​ເກົາຫຼີ ​ໃຫ້​ຄຳ​ໝັ້ນ​ສັນຍາ ຈະ​ສະໜອງທຶນ​ກູ້​ຢືມດ້ວຍ​ຄ່າ​ດອກ​ເບ້ຍ​ຕໍ່າ​ໃຫ້​ແກ່​ຫວຽດນາມ ​ແມ່ນ 1,2 ຕື້ USD.

ຂ່າວ/ບົດ​ອື່ນ