ຫວນ​ຄືນ​ການ​ພົວ​ພັນ​ຫວຽດ​ນາມ-ອິນ​ເດຍ

(VOVWORLD) -ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ-ອິນເດຍ ຈະຈັດຂຶ້ນໃນເດືອນມັງກອນປີ 2022.
ຫວນ​ຄືນ​ການ​ພົວ​ພັນ​ຫວຽດ​ນາມ-ອິນ​ເດຍ - ảnh 1

 (ພາບປະກອບ)

  ວັນທີ 12 ສິງຫາ, ສະຖານທູດອິນເດຍ ປະຈຳຮ່າໂນ້ຍ ໄດ້ຈັດກອງປະຊຸມສຳມະນາທາອອນລາຍ ດ້ວຍຫົວເລື່ອງ “ ອິນເດຍ ໃນໄລຍະ 75 ປີ”. ນີ້ແມ່ນການເຄື່ອນໄຫວທຳອິດ ເປີດສາກບັນດາການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງວັນປະກາດເອກະລາດຂອງ ອິນເດຍ (15/08/1946 – 15/08/2021) ແລະ ມຸ່ງໄປສູ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ-ອິນເດຍ ໃນເດືອນມັງກອນປີ 2022.

  ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ Pranay Verma ເນັ້ນໜັກວ່າ: ໃນໄລຍະພັດທະນາຂອງປະເທດອິນເດຍ ຍັງມີຂີດໝາຍຂອງບັນດາຄູ່ຮ່ວມມືທີ່ສຳຄັນຄື ຫວຽດນາມ. ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ-ອິນເດຍ ຄົບຮອບ 50 ປີຈະແມ່ນໂອກາດເພື່ອໃຫ້ສອງປະເທດໃຫ້ຄຳໝັ້ນສັນຍາອີກເທື່ອໜຶ່ງ ຈະພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອດດ້ານໃຫ້ຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ