ຫວຽດນາມ ຕັ້ງໜ້າປະກອບສ່ວນ ໃນການຮ່ວມມືຕ້ານໂຈນສະລັດ

ຫວຽດນາມ ຕັ້ງໜ້າປະກອບສ່ວນ ໃນການຮ່ວມມືຕ້ານໂຈນສະລັດ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 19/11, ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດທີ່​ນະຄອນ ນິວຢອກ, ອາ​ເມ​ລິ​ກາ, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ດຳ​ເນີນ​ວາລະປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ໂຈນ​ສະ​ລັດ - ​ເຊິ່ງ​ແມ່ນ​ການ​ຂົ່ມຂູ່​ຕໍ່​ສັນຕິພາບ ​ແລະ ຄວາມ​ໝັ້ງຄົງ​ສາກົນ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ Le Hoai Trung, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ, ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ປະ​ເທດ ​ແລະ ສະຫະ​ປະຊາ​ຊາດ​ໃນ​ການ​ຕໍ່ສູ້​ຕ້ານ​ໂຈນ​ສະ​ລັດ, ພ້ອມ​ທັງ​ຖື​ວ່າ ຕ້ອງ​​ແບ່ງປັນ ​ແລະ ທະວີ​ຄຸນບັນດາ​ບົດຮຽນ​​ຜົນສຳ​ເລັດ​. ທ່ານ​ເອກ​ອັກຄະ​ລັດຖະທູດ​ຊີ້​ແຈ້ງວ່າ ຫວຽດນາມ ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ຮ່ວມ​ມື​ພາຍ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ໃນ​ຂອບ​ເຂດ​ສັນຍາ​ພາກ​ພື້ນ​ອາຊີ ກ່ຽວ​ກັບ​ການ​ຕ້ານ​ໂຈນ​ສະ​ລັດ ​ແລະ ກອງ​ປຸ້ນປະ​ກອບ​ອາວຸດ, ​ແບ່ງປັນ​ກົນ​ໄກ​ນິຕິ​ກຳ ​ແລະ ​ນະ​ໂຍບາຍເຊິ່ງຫວຽດນາມ ​​​ໄດ້ສ້າງ​ສຳລັບຂົງ​ເຂດ​ນີ້.

ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ສະພາ​ຄວາມ​ໝັ້ນຄົງ ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຕ້ານ​ໂຈນ​ສະ​ລັດ​​ໃນ​ຂອບ​ເຂດ​ທົ່ວ​ໂລກຢ່າງຮອບດ້ານ, ​ໃນ​ສະພາບ​ການ​ທີ່​ບັນດາ​ການ​ບຸກ​ໂຈມ​ຕີ​ເກີດ​ຂຶ້ນ​ນັບ​ມື້​ນັບ​ຫຼາຍຢູ່​ໃນ​​ໂລກ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສະພາ​ຄວາມ​ໝັ້ນຄົງ ​ໄດ້​ສຸມ​ໃສ່​ສ້າງ​ກົນ​ໄກ​ແກ້​ໄຂ​ບັນຫາ​ຢູ່​ຈຸດ​ຮອນ​ເຮັ່ງກ່ຽວ​ກັບ​ໂຈນ​ສະ​ລັດແມ່ນ​ເຂດ​ທະ​ເລ Somali ​ແລະ ອ່າວ Ghine. ​

ຂ່າວ/ບົດ​ອື່ນ