ຫວຽດນາມ ຕັ້ງໜ້າປະກອບສ່ວນທີ່ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ 2023

(VOVWORLD) - ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ແບ່ງປັນບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນວຽກງານສ້າງຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ
ຫວຽດນາມ ຕັ້ງໜ້າປະກອບສ່ວນທີ່ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ 2023 - ảnh 1(ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ກ່າວຄຳເຫັນທີ່ພິທີ)

        ວັນທີ 04 ພຶດສະພາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ 2023 ດ້ວຍຫົວຂໍ້ “ແມ່ນຍິງ: ສ້າງສະພາບແວດລ້ອມໃໝ່ໃຫ້ການປ່ຽນແປງ”, ຢູ່ Dubai, ສະຫະລັດອາຣັບເອັມມີເຣດ, ກອງປະຊຸມໄດ້ຈັດຂຶ້ນແຕ່ວັນທີ 04-06 ພຶດສະພາ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ແບ່ງປັນບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນວຽກງານສ້າງຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ, ຢືນຢັນບັນດານະໂຍບາຍຂອງ ຫວຽດນາມ ໄດ້ ແລະ ພວມສ້າງເງື່ອນໄຂສະດວກໃຫ້ແມ່ຍິງໃນການດຳເນີນທຸລະກິດ, ສົ່ງເສີມໃຫ້ແມ່ຍິງເຂົ້າຮ່ວມບັນດາຂົງເຂດວິທະຍາສາດ, ເຕັກໂນໂລຊີ, ເຕັກນິກ ເພື່ອເສີມຂະຫຍາຍທ່າແຮງ ແລະ ຈິດໃຈເປັນເຈົ້າຕົນ. ຄະນະຜູ້ແທນ ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາກອງປະຊຸມປຶກສາຫາລືຄົບຄະນະ ແລະ ຫົວເລື່ອງສະເພາະ ດ້ວຍຫຼາຍເນື້ອໃນທີ່ແທດຈິງກ່ຽວກັບການຕີລາຄາສິ່ງທ້າທາຍ ແລະ ທ່າອ່ຽງຫາກໍ່ພົ້ນເດັນຂຶ້ນຢູ່ບັນດາພາກພື້ນ ແລະ ໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ